ອະດີດປະທານາທິບໍດີສິງກະໂປS.R.Nathanເຖິງແກ່ມໍລະນະກຳລວມອາຍຸໄດ້92ປີ

ອະດີດປະທານາທິບໍດີສິງກະໂປS.R.Nathanເຖິງແກ່ມໍລະນະກຳລວມອາຍຸໄດ້92ປີ - ảnh 1
ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ສິງ​ກະ​ໂປS.R.Nathan
(ພາບ: VOV/Straits Times)


(vovworld) - ຕອນ​ຄ່ຳ​ວັນ​ທີ 22/08, ທ່ານອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ສິງ​ກະ​ໂປS.R.Nathan ໄດ້​ເຖິງ​ແກ່ມ​ໍ​ລະ​ນະ​ກຳ​ຢູ່​ໂຮງ​ໝໍ​ຫຼາຍ​ຂະ​ແໜງສິງ​ກະ​ໂປ, ​ລວມອາ​ຍຸ​ໄດ້ 92 ປີ. ຖະ​ແຫຼງ​ການ​ຂອງ​ຫ້ອງວ່​າ​ການ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂ​ປ (PMO) ໃຫ້​ຮູ້​ວ່າ: “​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ​ຄະ​ນະລັດ​ຖະ​ບານ ​ມີ​ຄວາມເສົ້າ​ສະ​ຫຼ​ົດ​ໃຈຕໍ່​ການ​​ຈາກ​ໄປ​ຂອງ​ທ່ານ S.R.Nathan ແລະ ສົ່ງ​ຄຳ​ແບ່ງ​ເບົາ​ຄວາມເສົ້າ​ສະ​ຫຼ​ົດ​ໃຈເຖິງ​ຄອບ​ຄົວ​ຂອງ​ທ່ານ”. ທ່ານ S.R.Nathan ແມ່ນ​ປະ​ທານ​າ​ທິ​ບໍ​ດີ​ຜູ້​ທີ 6 ແລະ ແມ່ນ​ຜູ້​ດຳ​ລົງ​ຕຳ​ແໜ​່ງດົນນານ​ທີ່​ສຸດ​ໃນ​ຖາ​ນະ​ຕຳ​ແໜ່ງນີ້​ຂອງ​ສິງ​ກະ​ໂ​ປ, ຜ່ານ 2 ອ​າ​ຍຸ​ການ​ແຕ່​ປີ 1999 ເຖິງ​ປີ 2011. ພາຍ​ຫຼັງ​​ທີ່ລາ​ອອກ​ຈາກ​ຕຳ​ແໜ່ງປະ​ທາ​ນາ​ທິ​ບໍ​ດີ, ທ່ານ S.R.Nathan ແມ່ນ​ນັກ​ຊ່ຽວ​ຊານ​ຂັ້ນ​ສູງ​ຢູ່​ສະ​ຖາ​ບັນ​ຄົ້ນ​ຄວ້າອາ​ຊີ​ຕາ​ເວັນ​ອອກ​ສ່​ຽງ​ໃຕ້ ແລະ ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດສັງ​ຄົມ, ​ມະ​ຫາ​ວິ​ທະ​ຍາ​ໄລຄຸ້ມ​ຄອງ​ສິງ​ກະ​ໂ​ປ…

ຂ່າວ/ບົດ​ອື່ນ