ອະນຸມັດຜ່ານລາຍການຄາດໝາຍລົງທຶນພັດທະນາລະບົບສາທາລະນະສຸກຢູ່ທ້ອງຖິ່ນ

(VOVWORLD) - ນາຍົກລັດຖະມົນຕີ ຫາກໍ່ອະນຸຜ່ານລາຍການຄາດໝາຍການລົງທຶນພັດທະນາລະບົບສາທາລະນະສຸກຢູ່ທ້ອງຖິ່ນໄລຍະ 2016 – 2020. 
ອະນຸມັດຜ່ານລາຍການຄາດໝາຍລົງທຶນພັດທະນາລະບົບສາທາລະນະສຸກຢູ່ທ້ອງຖິ່ນ - ảnh 1 ພາບປະກອບ

ຕາມນັ້ນແລ້ວ, ສູ້ຊົນຮອດປີ 2020, ປະກອບສ່ວນບັນລຸຄາດໝາຍໃນຈຳນວນພົນລະເມືອງ 10.000 ຄົນຈະມີຕຽງຄົນເຈັບ 26,5 ຕຽງ; ສືບຕໍ່ສຸມໃສ່ລົງທຶນ, ສ້າງສຳເລັດບັນດາໂຄງການເພື່ອພັດທະນາສາທາລະນະສຸກຢູ່ທ້ອງຖິ່ນ. ດ້ວຍຍອດເງິນລົງທຶນປະຕິບັດເກືອບ 20.000 ຕື້ດົ່ງ, ລາຍການມີ 3 ໂຄງການ, ໃນນັ້ນມີໂຄງການໜຶ່ງແມ່ນໜູນຊ່ວຍການລົງທຶນໃຫ້ບັນດາຮາກຖານກວດ, ປິ່ວປົວພະຍາດດ້ວຍເຄື່ອງຈັກທີ່ທັນສະໄໝ, ລົງທຶນສ້າງໃໝ່ບັນດາຮາກຖານກວດ, ປິ່ນປົວພະຍາດໃຫ້ເໝາະສົມກັບແຜນຜັງ; ລົງທຶນຍົກລະດັບ, ເປີດກ້ວາງພື້ນຖານໂຄງລ່າງບາງໂຮງໝໍຫຼາຍຂະແໜງ ແລະ ສະເພາະຂະແໜງຂັ້ນແຂວງ, ຂັ້ນເມືອງ; ສະໜອງວັດຖຸອຸປະກອນສາທາລະນະສຸກເໝາະສົມກັບການກຳນົດທິດພັດທະນາດ້ານເຕັກນິກສະເພາະ ຂອງບັນດາຮາກຖານເສດຖະກິດ. ນອກຈາກນັ້ນ, ໂຄງການຈະໜູນຊ່ວຍລົງທຶນບັນດາຮາກຖານສາທາລະນະສຸກເຂດແຄມທະເລ, ໃນເກາະ ປະຕິບັດແຜນຮ່າງພັດທະນາລະບົບສາທາລະນະສຸກທະເລ, ໝູ່ເກາະ ຫວຽດນາມ ຮອດປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ