ລັດຖະມົນຕີການຕ່າງປະເທດ ອິນເດຍ Salman Khurshid
ພາບ: internet
|
(vovworld)- ໃນບົດຂຽນອອກໃນຫນ້າເວັບ India Write Network ລົງວັນທີ 8/7, ທ່ານ Rajiv Bhatia ຜູ້ອຳນວຍການໃຫຍ່ສະພາອິນເດຍ ຮັບຜິດຊອບບັນຫາໂລກ ໄດ້ໃຫ້ຂໍ້ສັງເກດວ່າ: ການພົວພັນ ລະຫວ່າງ ອິນເດຍ ແລະ ອາຊຽນ ພວມໃນທ່າກ້າວຂຶ້ນ. ທີ່ກອງປະຊຸມສຳຄັນຄັ້ງຕ່າງໆຈັດຂຶ້ນຢູ່ ບຣູໄນ, ລັດຖະມົນຕີການຕ່າງປະເທດ ອິນເດຍ Salman Khurshid ແລະ ບັນດາຄູ່ຕຳແຫນ່ງ ອາຊຽນ ສະແດງຄວາມພຶງພໍໃຈກ່ຽວກັບການເພີ່ມທະວີການຮ່ວມມືໃນພາກພື້ນ. ຕາມບົດຂຽນດັ່ງກ່າວແລ້ວ, ຈຸດເປັນຫນ້າສົນໃຈ ນັ້ນແມ່ນ ວົງເງິນການຄ້າ ລະຫວ່າງ ອິນເດຍ - ອາຊຽນ ໄດ້ເພີ່ມຂຶ້ນ 10 ເທົ່າໃນຮອບ 10 ປີ ນັບແຕ່ປີ 2002, ບັນລຸ 80 ຕື້ USD ໃນປີ 2012. ອິນເດຍ ສືບຕໍ່ ສ້າງປະຊາຄົມອາຊຽນດ້ວຍຈຸດໝາຍຊ່ວຍ ອາຊຽນ ກາຍເປັນປະຊາຄົມຢ່າງແຂງແຮງກວ່າໃນທ້າຍປີ 2015.