ອາຊຽນແລະຈີນຈັດກອງປະຊຸມຄັ້ງທີ22ກຸ່ມປະຕິບັດງານລວມກ່ຽວກັບການຜັນຂະຫຍາຍ DOC

(VOVWORLD) -ໃນການປະຊຸມຂ່າວໃນວັນທີ 29 ສິງຫາ, ທ່ານນາງໂຄສົກກະຊວງການຕ່າງປະເທດຈີນ ຄວາຈວນຢິງ  ໃຫ້ຮູ້ວ່າ

ອາຊຽນແລະຈີນຈັດກອງປະຊຸມຄັ້ງທີ22ກຸ່ມປະຕິບັດງານລວມກ່ຽວກັບການຜັນຂະຫຍາຍ DOC - ảnh 1 ທ່ານນາງໂຄສົກກະຊວງການຕ່າງປະເທດຈີນ ຄວາຈວນຢິງ

(ພາບ: REUTERS/TTXVN)

ອາຊຽນ ແລະ ຈີນ ຈະຈັດກອງປະຊຸມຄັ້ງທີ 22 ກ່ຽວກັບການຜັນຂະຫຍາຍ “ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ” (DOC) ໃນວັນທີ 30 ສິງຫາ ຢູ່ມານີລາ, ປະເທດຟີລິບປິນ. ທີ່ກອງປະຊຸມ, ບັນດາຝ່າຍທີ່ກ່ຽວຂອງຈະລົງເລິກແລກປ່ຽນທັດສະນະກ່ຽວກັບວຽກງານຜັນຂະຫຍາຍ DOC, ຊຸກຍູ້ການຮ່ວມມືຢ່າງແທ້ຈິງບົນທະເລ ແລະ ປຶກສາຫາລືກ່ຽວກັບ COC. ທ່ານນາງ ຄວາຈວນຢິງ  ຖືວ່າ, ບັນດາຝ່າຍທີ່ກ່ຽວຂ້ອງຈະສືບຕໍ່ຮັກສາທ່າອ່ຽງເຈລະຈາ ແລະ ການຮ່ວມມື, ສູ້ຊົນໃຫ້ບັນລຸໄດ້ຜົນງານຫຼາຍຢ່າງ ແລະ ຄວາມຄືບໜ້າດີກວ່າອີກເພື່ອເປີດຊ່ອງທາງໃຫ້ການປຶກສາຫາລືຢ່າງເລິກເຊິ່ງ, ກວ້າງຂວາງກວ່າກ່ຽວກັບ COC.

ຕອບກັບ

ຂ່າວ/ບົດ​ອື່ນ