ອາຊຽນ ເພີ່ມທະວີການສຳຜັດຫຼາຍຂະແໜງເພື່ອແນໃສ່ຄຸ້ມຄອງໄພທຳມະຊາດ

(VOVWORLD) -ບັນດາກອງປະຊຸມໄດ້ຮັບຮູ້ຄວາມກ້າວໜ້າໃນການປະຕິບັດໂຄງການວຽກງານປະຕິບັດສັນຍາ ອາຊຽນ ກ່ຽວກັບການຄຸ້ມຄອງໄພພິບັດທຳມະຊາດ

ຄະນະກຳມະການ ອາຊຽນ ກ່ຽວກັບການຄຸ້ມຄອງໄພທຳມະຊາດ (ACDM) ໄດ້ຈັດກອງປະຊຸມ ACDM ຄັ້ງທີ 40, ກອງປະຊຸມ ACDM- ຈີນ ຄັ້ງທີ 3, ກອງປະຊຸມ ACDM - ຍີ່ປຸ່ນ ຄັ້ງທີ 3, ກອງປະຊຸມສະພາບໍລິຫານຄັ້ງທີ 16 ຂອງສູນປະສານງານ ອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳ ແລະ ຄຸ້ມຄອງໄພທຳມະຊາດ.

        ດ້ວຍຖານະເປັນປະທານ ACDM ປີ 2022, ກົມປ້ອງກັນ ແລະ ຫຼຸດຜ່ອນໄພທຳມະຊາດ ຂຶ້ນກັບກະຊວງພາຍໃນ ໄທ ໄດ້ເປັນປະທານກອງປະຊຸມ, ເຊິ່ງດຳເນີນໃນລະຫວ່າງວັນທີ 21 – 23 ມິຖຸນາ ແບບທາງໄກ. ບັນດາກອງປະຊຸມໄດ້ຮັບຮູ້ຄວາມກ້າວໜ້າໃນການປະຕິບັດໂຄງການວຽກງານປະຕິບັດສັນຍາ ອາຊຽນ ກ່ຽວກັບການຄຸ້ມຄອງໄພພິບັດທຳມະຊາດ ແລະ ຮັບມືຢ່າງຮີບດ່ວນໄລຍະ 2021 – 2025, ຮັບຮອງເອົາແຜນການວຽກງານຄຸ້ມຄອງໄພທຳມະຊາດ ອາຊຽນ - ສ.ເກົາຫຼີ ໄລຍະ 2021 – 2025.

ຕອບກັບ

ຂ່າວ/ບົດ​ອື່ນ