ອາຊຽນ ແລະ ຮຸງກາຮີ ເພີ່ມທະວີການຮ່ວມມືສອງຝ່າຍ

ອາຊຽນ ແລະ ຮຸງກາຮີ ເພີ່ມທະວີການຮ່ວມມືສອງຝ່າຍ - ảnh 1
ເລຂາທິການ​ໃຫຍ່​ອາ​ຊຽນ Surin Pitsuvan
ພົບ​ປະກັບ​ທ່ານ​ນາຍົກລັດຖະມົນຕີ Viktor Orban
(ພາບ: AP)


(vovworld) - ອາ​ຊຽນ ​ແລະ ຮຸງ​ກາ​ຮີ​ ​ເຫັນ​ດີເພີ່ມ​ທະວີ​ການ​ຮ່ວມ​ມື​ສອງ​ຝ່າຍກວ່າ​ອີກ. ຕາມ​ນັ້ນ​ແລ້ວ, ​ໃນ​ການ​ພົບ​ປະລະ​ຫວ່າງ​ເລຂາທິການ​ໃຫຍ່​ອາ​ຊຽນທ່ານ Surin Pitsuvan ກັບ​ທ່ານ​ນາຍົກລັດຖະມົນຕີ Viktor Orban ​ແລະ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຮຸງ​ກາ​ຮີ Jannos Martonnyi ຢູ່  Budapest ​ເມື່ອ​ວັນ​ທີ 22/8, ບັນດາ​ການ​ນຳ​ສອງ​ຝ່າຍ​ໄດ້​ສຸມ​ໃສ່​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ຂົງ​ເຂດ​ທີ່​ສາມາດ​ປະສານ​ສົມທົບ ​ແລະ ຮ່ວມ​ມື​ນຳ​ກັນ​ໄດ້. ກ່າວ​ຄວາມ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ນາຍົກລັດຖະມົນຕີ Orban ​ໃຫ້​ຮູ້​ວ່າ ຮູ​ງກາ​ຮີ ປາຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ອາ​ຊຽນ ​ແລະ ອາຊີ​ຕາ​ເວັນ​ອອກກວ່າ​ອີກ. ທ່ານ​ນາຍົກລັດຖະມົນຕີ Orban ຢັ້ງຢືນ​ວ່າ ຮຸງ​ກາ​ຮີ​ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຊຸກຍູ້​ການ​ຮ່ວມ​ມື​ອັນ​ສະໜິດ​ແໜ້ນ​ກວ່າ​ອີກ​ກັບ​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ກັບ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ