ອາບການິດສະຖານ: ເກີດເຫດລະເບີດແຕກເຮັດໃຫ້ຫຼາຍຄົນຮັບບາດເຈັບແລະເສຍຊີວິດຢູ່ເຂດທູຕານຸທູດຢູ່ Kabul
(VOVWORLD) -ເຫດລະເບີດແຕກຫາກໍ່ເກີດຂຶ້ນຢູ່ເຂດທູຕານຸທູດ ແລະ ໃກ້ກັບບັນດາອົງການລັດຖະບານຢູ່ນະຄອນຫຼວງ Labul ຂອງອາບການິດສະຖານ ໃນຕອນບ່າຍວັນທີ 31 ຕຸລາ, ເຊິ່ງເຮັດໃຫ້ຢ່າງໜ້ອຍສຸດ 18 ຄົນຮັບບາດເຈັບ ແລະ ເສຍຊີວິດ.

ເຫດລະເບີດແຕກເຮັດໃຫ້ຫຼາຍຄົນຮັບບາດເຈັບແລະເສຍຊີວິດຢູ່ເຂດທູຕານຸທູດຢູ່ Kabul
(ພາບ: AFP/TTXVN)
|
ຕາມແຫຼ່ງຂ່າວຕ່າງໆແລ້ວ, ຜູ້ບຸກໂຈມຕີໂສຕາຍຂັບລົດຈັກໄດ້ທຳລະເບີດແຕກຢູ່ໃນເຂດ Wazir Albar Khan, ເຊິ່ງແມ່ນສະຖານທີ່ມີຫຼາຍອົງການການທູດ ແລະ ບັນດາອົງການລັດຖະບານ ທີ່ໄດ້ຮັບການປ້ອງກັນຢ່າງເຄັ່ງຄັດ, ເຮັດໃຫ້ຢ່າງໜ້ອຍສຸດມີ 3 ຄົນເສຍຊີວິດ ແລະ 15 ຄົນຮັບບາດເຈັບ. ປະຈຸບັນ, ສາຍເຫດຂອງເຫດລະເບີດແຕກ ກໍຄືລະດັບຄວາມເສຍຫາຍຍັງບໍ່ທັນໄດ້ແຈ້ງລະອຽດເທື່ອ.