ອາເມລິກາຍົກຍ້າຍສະຖານທູດປະຈຳອິດສະຣາແອນໄປເຖິງ Jerusalem ໃນທ້າຍປີ 2019

(VOVWORLD) - ວັນທີ 22 ມັງກອນ, ທ່ານຮອງປະທານາທິບໍດີອາເມລິກາ Mike Pence ໃຫ້ຮູ້ວ່າ, ປະເທດນີ້ຈະຍົກຍ້າຍສະຖານທູດປະຈຳອິດສະຣາແອນ ໄປນະຄອນ Jerusalem ໃນປະມານທ້າຍປີ 2019.
ອາເມລິກາຍົກຍ້າຍສະຖານທູດປະຈຳອິດສະຣາແອນໄປເຖິງ Jerusalem ໃນທ້າຍປີ 2019 - ảnh 1(ພາບປະກອບ: AFP/TTXVN)

ໃນບົດກ່າວປາໄສຕໍ່ສະພາແຫ່ງຊາດອິດສະຣາແອນ ຢູ່ Jerusalem, ທ່ານ Pence ໄດ້ແຈ້ງໃຫ້ຊາບວ່າ, ໃນ 2 – 3 ອາທິດຈະມາເຖິງ ວໍສິງຕັນ ຈະຊຸກຍູ້ແຜນການເປີດສະຖານທູດຂອງອາເມລິກາ ປະຈຳ Jerusalem ແລະ ຈະເປີດປະຕູໃນທ້າຍປີ 2019, ແຕ່ບໍ່ແຈ້ງໃຫ້ຮູ້ຈຸດເວລາລະອຽດເທື່ອ. ໃນບົດກ່າວປາໄສຕໍ່ໜ້າສະພາແຫ່ງຊາດອິດສະຣາແອນ, ທ່ານ Pence ຍັງຮຽກຮ້ອງໃຫ້ປະຊາຊົນປາແລດສະຕິນ “ກັບຄືນສູ່ໂຕະເຈລະຈາ” ແລະ ເຊື່ອມຕໍ່ບັນດາການເຈລະຈາສັນຕິພາບຄືນໃໝ່ ເຊິ່ງເຄີຍຖືກໂຈະໄວ້ເປັນເວລາດົນນານກັບອິດສະຣາແອນ.

        ປະຕິກິລິຍາຕໍ່ບົດກ່າວປາໄສຂອງທ່ານ Pence, ໂຄສົກຂອງປະທານາທິບໍດີປາແລດສະຕິນ Mahmoud Abbas, ທ່ານ Nabil Abu Rdainah, ໃຫ້ຮູ້ວ່າ, ຖ້າຫາກອາເມລິກາ ຢາກສວມບົດບາດເປັນຄົນກາງໄກ່ເກ່ຍໃນວິວັດການສັນຕິພາບຢູ່ຕາເວັນອອກາງນັ້ນ, ປະເທດນີ້ຕ້ອງແມ່ນນັກໄກ່ເກ່ຍຍຸດຕິທຳ ແລະ ເຄົາລົບບັນດາມະຕິສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ