ສູນການຄ້າ ຢູ່ ອາເມລິກາ ຖືກບຸກໂຈມຕີໃນວັນທີ 11/9/2001
ພາບ: internet
|
(vov) - ວັນທີ 4/4 ອາເມລິກາ ໄດ້ນຳຕົວ 5 ຄົນຊຶ່ງແມ່ນສະມາຊິກຂອງອົງການ Al Qaeda ໃນເຫດບຸກໂຈມຕີກໍການຮ້າຍ ເມື່ອວັນທີ 11/9/2001 ຂຶ້ນສານພິພາກສາ. ບັນດາສະມາຊິກຂອງອົງການ Al Qaeda ປະຈຸບັນພວມຖືກກັກຂັງ ຢູ່ ຄຸກ Goantanamo, ໃນນັ້ນ ມີ Khalid Mohammed ຊຶ່ງແມ່ນຜູ້ວາງແຜນບຸກໂຈມຕີກໍການຮ້າຍ ຈະຖືກຄະນະກຳມະການ ການທະຫານ ອາມເມລິກາ ພິພາກສາໃນເວລາ 1 ເດືອນ. ບັນດາຜູ້ຄົນເຫລົ່ານັ້ນ ຈະຖືກຜູ້ກໂທດດ້ວຍບັນດາຂໍ້ຫາຄື: ກໍ່ການຮ້າຍ, ລອບຈັບຕົວ, ມີກົນອຸບາຍເຂັ່ນຂ້າ ທຳລາຍຊັບສິນ. ຖ້າຖືກຕັດສິນລົງໂທດ, ພວກກໍ່ການຮ້າຍດັ່ງກ່າວອາດຈະຖືກປະຫານຊີວິດ.
Minh Hien ນັກຂ່າວ VOV ປະຈຳອາເມລິກາ