ອາເມລິກາຜະລິດຮູບເງົາ ເອກະສານກ່ຽວກັບຜູ້ ປະສົບເຄາະຮ້າຍຈາກ ທາດພິດສີສົ້ມຫວຽດນາມ

ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ-ດີໂອຊິນຫວຽດນາມ
ໃນຟິນຂອງທ່ານນາງ Sandy Northrop
(ພາບ:vov)
(vovworld) –ຫວ່າງແລ້ວນີ້, ສື່ເອເລກໂຕນິກນິວຢອກທາມ ໄດ້ສາຍຟິມຮູບເງົາເອກະສານໃໝ່ກ່ຽວກັບທາດພິດສີສົ້ມ-ດີໂອຊິນ ຊື່ງກອງທັບອາເມລິກາ ໄດ້ນຳໃຊ້ໃນປາງສົງຄາມຢູ່ຫວຽດນາມ. ຟິມຮູບເງົາເອກະສານດັ່ງກ່າວໄດ້ສ້າງຄວາມປະທັບໃຈຢ່າງແຮງໃນຄວາມຮັບຮູ້ຂອງປະຊາຊົມອາເມລິກາ ຕໍ່ບັນດາຜົນຮ້າຍອັນໜັກໜ່ວງໂດຍທາດພິດດັ່ງກ່າວກໍ່ຂຶ້ນສຳລັບຫຼາຍລຸ້ນຄົນ ນັບທັງຊາວຫວຽດນາມ ແລະ ອະດີດທະຫານຜ່ານເສິກອາເມລິກາ. ທ່ານນາງ Sandy Northrop ຜູ້ກຳກັບຟິມຮູບເງົາເອກະສານ “ທາດພິດສີສົ້ມ-ດີໂອຊິນ-ພາກສຸດທ້າຍຂອງສົງຄາມຫວຽດນາມ“ ໃຫ້ຮູ້ວ່າ: ໃນວິວັດການຜະລິດຟິມຮູບເງົາດັ່ງກ່າວ, ທ່ານນາງໄດ້ມາຫວຽດນາມ ແລະ ພົບປະກັບບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ-ດີໂອຊິນຫວຽດນາມ ໂດຍກົງ. ການພົບປະເຫຼົ່ານັ້ນໄດ້ມີຜົນກະທົບເຖິງຄວາມຮູ້ສຶກ ແລະ ຄວາມຮັບຮູ້ຂອງທ່ານນາງ. ທ່ານນາງ Sandy Northrop ໃຫ້ຮູ້ວ່າ:
“ສິ່ງທີ່ຂ້າພະເຈົ້າຢາກເວົ້າເຖິງນັ້ນແມ່ນໜ້າແປກປະຫຼາດທີ່ສຸດພາຍຫຼັງເວລາຫຼາຍປີທີ່ເຂົາເຈົ້າກໍ່ຍັງບໍ່ທັນຊອກເຫັນພື້ນຖານວິທະຍາສາດໃດທີ່ແນ່ນອນເພື່ອພິສູດວ່າ: ທາດດີໂອຊິນໄດ້ກໍ່ໃຫ້ເກີດພະຍາດກ່ວາ 20 ປະເພດ. ພິເສດ, ຢູ່ຫວຽດນາມ, ພວກເຮົາເຫັນໄດ້ບັນດາຜົນຮ້າຍຢ້ອນຫຼັງນີ້. ຫຼາຍຄົນ ໄດ້ພິການມາແຕ່ເກີດຄື: ແຂນກຸດຂາຂາດ, ຕີນ, ມື 6, 10 ນີ້ວມື….ອາເມລິກາ ໄດ້ຕົກລົງຊ່ວຍຫວຽດນາມ ຕາມຮູບການເຄື່ອນໄຫວມະນຸດສະທຳ“.