ອາເມລິກາພວມກ້າວເຂົ້າໃກ້ກັບຂໍ້ຕົກລົງດ້ານການຄ້າກັບຈີນ

(VOVWORLD) -ບັນດາການປຶກສາຫາລືກັບຈີນ ພວມດຳເນີນໄປຢ່າງມີຄວາມສ້າງສັນ.

ວັນທີ 14 ພະຈິກ, ທ່ານ Larry Kudlow, ຫົວໜ້າສະພາເສດຖະກິດແຫ່ງຊາດອາເມລິກາ ຢືນຢັນວ່າ, ອາເມລິກາ ພວມກ້າວເຂົ້າໃກ້ກັບຂໍ້ຕົກລົງດ້ານການຄ້າກັບຈີນ ແລະ ທ່ານໃຫ້ຮູ້ວ່າ ບັນດາການປຶກສາຫາລືກັບຈີນ ພວມດຳເນີນໄປຢ່າງມີຄວາມສ້າງສັນ. ກ່າວຄຳເຫັນຢູ່ສະພາການພົວພັນຕ່າງປະເທດ ຢູ່ວໍຊິງຕັນ, ທ່ານ Kudlow ເວົ້າວ່າ, 2 ພື້ນຖານເສດຖະກິດແຖວໜ້າຂອງໂລກຍັງສືບຕໍ່ມີການຕິດຕໍ່ພົວພັນນຳກັນ ແລະ ອາດຈະບັນລຸໄດ້ຂໍ້ຕົກລົງໂດຍໄວ.

        ວັນທີ 12 ພະຈິກ, ທ່ານປະທານາທິບໍດີອາເມລິກາ Donald Trump ກໍ່ສະແດງຄວາມເຊື່ອໝັ້ນວ່າ, ອາເມລິກາ ພວມ “ກ້າວເຂົ້າໃກ້ກັບ” ຂໍ້ຕົກລົງໃນເບື້ອງຕົ້ນກັບຈີນ ແລະ 2 ຝ່າຍຈະລົງນາມໃນຂໍ້ຕົກລົງດ້ານການຄ້າໂດຍໄວ. ເຖິງຢ່າງໃດກໍ່ຕາມ, ທ່ານປະທານາທິບໍດີ Donald Trump ກໍ່ຢ້ຳຄືນຄຳກ່າວເຕືອນທີ່ວ່າ ຈະຈັດວາງອັດຕາພາສີເພີມເຕີ່ມໃສ່ສິນຄ້າຂອງຈີນ ຖ້າຫາກທຸກວຽກງານບໍ່ດຳເນີນໄປດ້ວຍດີ.

ຕອບກັບ

ຂ່າວ/ບົດ​ອື່ນ