ອາເມລິກາອາເມລິກາ ແມ່ນປະເທດທຳອິດມີຜູ້ຕິດໂຄວິດ - 19 ຫຼາຍກ່ວາ 100 ລ້ານຄົນ

(VOVWORLD) - ຕາມນັກຊ່ຽວຊານຂະແໜງປ້ອງກັນພະຍາດແລ້ວ, ຕົວເລກກ່ວາ 100 ລ້ານຄົນຕິດໂຄວິດ - 19 ຢູ່ອາເມລິກາ ສ່ອງແສງລະດັບຮ້າຍແຮງ ແລະ ການແຜ່ຍະບາດຢ່າງວ່ອງໄວຂອງພະຍາດນີ້

ຕາມສູນຄວບຄຸມ ແລະ ປ້ອງກັນ, ຕ້ານໂລກລະບາດ ອາເມລິກາ ແລ້ວ, ຮອດໄລຍະເວລາປະຈຸບັນ, ຢູ່ປະເທດນີ້ມີຜູ້ຕິດໂຄວິດ - 19 ກ່ວາ 100 ລ້ານຄົນ, ແລະ ແມ່ນປະເທດທຳອິດໃນໂລກລື່ນກາຍຕົວເລກນີ້.

ຕາມນັກຊ່ຽວຊານຂະແໜງປ້ອງກັນພະຍາດແລ້ວ, ຕົວເລກກ່ວາ 100 ລ້ານຄົນຕິດໂຄວິດ - 19 ຢູ່ອາເມລິກາ ສ່ອງແສງລະດັບຮ້າຍແຮງ ແລະ ການແຜ່ຍະບາດຢ່າງວ່ອງໄວຂອງພະຍາດນີ້, ແຕ່ເຖິງຢ່າງໃດກໍ່ຕາມ, ຕົວເລກຕົວຈິງອາດຈະສູງກ່ວາຫຼາຍ ຍ້ອນວ່າມີຫຼາຍຄົນຕິດພະຍາດແຕ່ບໍ່ແຈ້ງ. ບັນດານັກຊ່ຽວຊານດ້ານການແພດກໍ່ຖືວ່າ ກະແສຟອງຕິດແປດໃໝ່ໄດ້ເກີດຂຶ້ນພາຍຫຼັງວັນບຸນຟື້ນຊີບໃນເດືອນພະຈິກ ແລະ ຈຳນວນກໍລະນີຕິດພະຍາດອາດຈະເພີ່ມຂຶ້ນພາຍຫຼັງງານບຸນທ້າຍປີ. ຍ້ອນເຫດນັ້ນ, ປະຊາຊົນ ອາເມລິກາ ໄດ້ກ່າວເຕືອນວ່າ ຄວນສືບຕໍ່ສັກວັກຊິນກັນໂຄວິດ -19 ແລະ ທັງໄຂ້ຫວັດຕາມລະດູ, ເຊິ່ງເປັນພະຍາດຕິດແປດເຮັດໃຫ້ແຕ່ລະປີ ມີ ຜູ້ເສຍຊີວິດນັບພັນຄົນຢູ່ອາເມລິກາ ໃນປີນີ້, ໃນຂະນະທີ່ຄາດວ່າ, ຢ່າງໜ້ອຍສຸດມີ 190.000 ກໍລະນີເຂົ້ານອນໂຮງໝໍ ແລະ 12.000 ຄົນເສຍຊີວິດຍ້ອນໄຂ້ຫວັດຕາມລະດູ.

ຕອບກັບ

ຂ່າວ/ບົດ​ອື່ນ