ອາເມລິກາໜູນຊ່ວຍ40ລ້ານUSDຊ່ວຍຫວຽດນາມເພີ່ມທະວີກຳລັງຄວາມສາມາດທາງທະເລ
(ພາບປະກອບ)
(vovworld) – ລັດຖະບານອາເມລິກາ ຈະໜູນຊ່ວຍ 40 ລ້ານ USD ໃນຮອບເວລາ 2 ປີ, ເພື່ອຊ່ວຍຫວຽດນາມ ຍົກສູງກຳລັງຄວາມສາມາດທາງທະເລ. ນີ້ແມ່ນສ່ວນໜຶ່ງໃນແຜນການຂອງວໍຊິງຕັນ ເພື່ອແນໃສ່ໜູນຊ່ວຍບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ເພີ່ມທະວີກຳລັງຄວາມສາມາດທາງທະເລ ໃນສະພາບທະເລຕາເວັນອອກ ພວມນັບມື້ນັບສັບສົນຫຼານຂຶ້ນ. ທຳນຽບຂາວຊີ້ແຈ້ງຄຳໝັ້ນສັນຍາໜູນຊ່ວຍຫວຽດນາມ ເພີ່ມທະວີກຳລັງຄວາມສາມາດທາງທະເລ ເຊິ່ງໄດ້ສະແດງໃຫ້ເຫັນຜ່ານເລື່ອງອາມເລິກາ ຍົກເລິກຄຳສັ່ງຫ້າມຂາຍອາວຸດກ່ຽວຂ້ອງເຖິງຄວາມສະຫງົບທາງທະເລ, ເປີດກວ້າງການຝຶກຊ້ອມ 2 ຝ່າຍກ່ຽວກັບການກູ້ໄພກູ້ຊີບເມື່ອເກີດໄພພິບັດ ແລະ ບັນດາບັນຫາມະນຸດສະທຳ. ໃນແຈ້ງການທີ່ໄດ້ຍົກອອກມາໃນຕອນເຊົ້າວັນທີ 18/11, ທຳນຽບຂາວໃຫ້ຮູ້ວ່າ, ອາເມລິກາ ໃຫ້ຄຳໝັ້ນສັນຍາສະໜອງເງິນ 119 ລ້ານ USD ໃນປີການເງິນ 2015 ແລະ ຄາດວ່າຈະສະຫງວນເງິນ 140 ລ້ານ USD ຕື່ມອີກ ໃນປີຕໍ່ໄປ ເພື່ອແນໃສ່ຊ່ວຍໃຫ້ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ເພີ່ມທະວີກຳລັງຄວາມສາມາດທາງທະເລ.