ອາເມລິກາ ກ່າວຫາແຮັກເກີທີ່ກ່ຽວຂ້ອງເຖິງ ຈີນ ໄດ້ລັກເອົາຂໍ້ມູນການຄົ້ນຄວ້າກ່ຽວກັບໂຄວິດ-19

(VOVWORLD) - ວັນທີ 13 ພຶດສະພາ, ວົງການເຈົ້າໜ້າທີ່ ອາເມລິກາ ໃຫ້ຮູ້ວ່າ: ບັນດາແຮັກເກີທີ່ມີສ່ວນກ່ຽວຂ້ອງເຖິງຈີນ ໄດ້ບຸກໂຈມຕີທາງອິນເຕີແນັດເຂົ້າບັນດາອົງການຈັດຕັ້ງຂອງອາເມລິກາ ທີ່ຄົ້ນຄວ້າກ່ຽວກັບໂຄວິດ-19. 

ບັນດານັກວິທະຍາສາດ ແລະ ວົງການເຈົ້າໜ້າທີ່ການແພດປ້ອງກັນໂລກລະບາດ ອາເມລິກາ ກໍ່ໄດ້ຮັບການກ່າວເຕືອນຄວນລະມັດລະວັງກ່ຽວກັບບັນດາກໍລະນີທີ່ລັກເອົາຂໍ້ມູນທາງອິນເຕີແນັດ.

ອາເມລິກາ ກ່າວຫາແຮັກເກີທີ່ກ່ຽວຂ້ອງເຖິງ ຈີນ ໄດ້ລັກເອົາຂໍ້ມູນການຄົ້ນຄວ້າກ່ຽວກັບໂຄວິດ-19 - ảnh 1 ອາເມລິກາ ກ່າວຫາແຮັກເກີທີ່ກ່ຽວຂ້ອງເຖິງ ຈີນ ໄດ້ລັກເອົາຂໍ້ມູນການຄົ້ນຄວ້າກ່ຽວກັບໂຄວິດ-19 (ພາບ: AP)

        ໃນຖະແຫຼງການຮ່ວມວັນທີ 13 ພຶດສະພາ, ກົມສືບສວນສະຫະລັດອາເມລິກາ (FBI)  ແລະ ກະຊວງປ້ອງກັນຄວາມສະຫງົບພາຍໃນ ອາເມລິກາ ໃຫ້ຮູ້ວ່າ: FBI ພວມສືບສວນບັນດາເຫດບຸກໂຈມຕີທາງອິນເຕີແນັດ ຍ້ອນບາງເປົ້າໝາຍບໍ່ດີທີ່ກ່ຽວຂ້ອງເຖິງຈີນ. ຕາມ 2 ອົງການດັ່ງກ່າວແລ້ວ, ບັນດາແຮັກເກີໄດ້ຊອກຫາວິທີ ແລະ ລັກເອົາຊັບສິນທາງປັນຍາກໍ່ຄືຂໍ້ມູນດ້ານການແພດປ້ອງກັນໂລກລະບາດກ່ຽວຂ້ອງເຖິງວັກຊິນ, ວິທີການປິ່ນປົວ ແລະ ການວິໄຈຈາກບັນດາຕາໜ່າງ ແລະ ບຸກຄົນທີ່ກ່ຽວຂ້ອງເຖິງການຄົ້ນຄວ້າກ່ຽວກັບໂຄວິດ-19. ຖະແຫຼງການຂອງ FBI ແລະ ກະຊວງປ້ອງກັນຄວາມສະຫງົບພາຍໃນ ອາເມລິກາ ບໍ່ເຜີຍຂໍ້ມູນຢ່າງລະອຽດກ່ຽວກັບຊື່ແລະນາມສະກຸນຂອງພວກແຮັກເກີ ກໍ່ຄືບັນດາເປົ້າໝາຍຖືກບຸກໂຈມຕີ.

 

ຕອບກັບ

ຂ່າວ/ບົດ​ອື່ນ