ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ວາງແຜນປະຊຸມ ກ່ຽວກັບບັນຫາສປປ.ເກົາຫຼີ

ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ວາງແຜນປະຊຸມ ກ່ຽວກັບບັນຫາສປປ.ເກົາຫຼີ - ảnh 1
(ພາບປະກອບ: State Department)

(vovworld) –  ລັດຖະມົນຕີ​ກະຊວງ​ປ້ອງ​ກັນປະ​ເທດ 3 ປະ​ເທດ​ອາ​ເມ​ລິ​ກາ, ຍີ່ປຸ່ນ, ສ.​ເກົາຫຼີ ​ໄດ້​ວາງ​ແຜນ​ຈັດ​ກອງ​ປະຊຸມ​ໃນ​​ທ້າຍ​ເດືອນ 05 ນີ້ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື​ເພື່ອຮັບ​ມື​ກັບ​ໂຄງການ​ນິວ​ເຄຼຍຂອງ​ສປປ.​ເກົາຫຼີ. ກອງ​ປະຊຸມ​ຈະ​ດຳ​ເນີນ​ໄປ​ຢູ່​ນອກ​ກອງ​ປະຊຸມ​ຂັ້ນ​ສູງ​ຄວາມໝັ້ໜຄົງອາຊີ​ຢູ່​ສິງກະ​ໂປ ​ເຊິ່ງຈະ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 30/05 – 01/06. ນີ້​ແມ່ນ​ກອງ​ປະຊຸມ​ປະຈຳປີ​ລະຫວ່າງ 3 ປະ​ເທດ ​ແຕ່​ຫົວ​ຂໍ້​ລະອຽດ​ຂອງ​ກອງ​ປະຊຸມ​ຍັງ​ບໍ່​ໄດ້​ປະກາດ​ເທື່ອ. ນອກຈາກ​ກອງ​ປະ​ຊຸມ 3 ຝ່າຍ​ດັ່ງກ່າວ, ລັດຖະບານ​ສ.​ເກົາຫຼີ ກໍ່ພວມ​​ສົ່ງ​ເສີມ​ບັນ​ດາ​ການ​ພົບ​ປະສະ​ເພາະ​ ລະຫວ່າງ​ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ Kim Kwan jin ກັບ ຄູ່​ຕຳ​ແໜ່​ງອາ​ເມ​ລິ​ກາ Chuck Hagel ​ແລະ ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ຈາງ​ກວານ​ຈວຽນ. ​ເນື້ອ​ໃນ​ຕົ້ນ​ຕໍ່​ໃນ​ການ​ພົບ​ປະລະ​ຫວ່າງ​ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດສ.​ເກົາຫຼີ ​- ຈີນ ​ແມ່ນຄວາມສາມາດດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍຂອງ ສປປ.​ເກົາຫຼີ ຄັ້ງຕໍ່ໄປ.

ຂ່າວ/ບົດ​ອື່ນ