ອາເມລິກາ ພ້ອມແລ້ວທີ່ຈະສົມທົບກັບ ລັດເຊຍ ສ້າງກົນໄກຮັບປະກັນສະຖຽນລະພາບຢູ່ ຊີຣີ

(VOVWORLD) - ວັນທີ 05 ກໍລະກົດ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Rex Tillerson ຢືນຢັນວ່າ ອາເມລິກາ ພ້ອມແລ້ວທີ່ຈະເຮັດວຽກກັບ ລັດເຊຍ ກ່ຽວກັບເລື່ອງສ້າງຕັ້ງເຂດຫ້າມບິນຢູ່ ຊີຣີ ກັບ ລັດເຊຍ
ອາເມລິກາ ພ້ອມແລ້ວທີ່ຈະສົມທົບກັບ ລັດເຊຍ ສ້າງກົນໄກຮັບປະກັນສະຖຽນລະພາບຢູ່ ຊີຣີ - ảnh 1(ພາບປະກອບ) 

ໂດຍລະອຽດ, ອາເມລິກາ ພ້ອມແລ້ວທີ່ຈະພິຈາລະນາຄວາມສາມາດພ້ອມກັບ ລັດເຊຍ ກໍ່ສ້າງບັນດາກົນໄກ ເພື່ອແນໃສ່ຮັບປະກັນຄວາມສະຖຽນລະພາບ, ລວມມີ ສ້າງຕັ້ງເຂດຫ້າມບິນ, ກໍ່ຄືຕິດຕາມກວດກາບັນດາຂໍ້ຕົກລົງຢຸດຍິງໃນພື້ນທີ່ຕົວຈິງແລະ ສົມທົບກັນປະຕິບັດບັນດາການເຄື່ອນໄຫວໜູນຊ່ວຍມະນຸດສະທຳຢູ່ ຊີຣີ. ຄຳຖະແຫຼງດັ່ງກ່າວຂອງທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ ໄດ້ຍົກອອກກ່ອນທີ່ດຳເນີນການພົບປະຄັ້ງທຳອິດ ລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ລັດເຊຍ Vladimir Putin ຢູ່ Hamburg ປະເທດ ເຢຍລະມັນ, ຢູ່ນອກກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20).

ທ່ານ Rex Tillerson ຊີ້ແຈ້ງວ່າ ລະຫວ່າງ ລັດເຊຍ ແລະ ອາເມລິກາ ຍັງຄົງຄ້າງບັນດາຄວາມບໍ່ລົງລອຍກັນ ທີ່ຍັງບໍ່ທັນສາມາດແກ້ໄຂໄດ້ກ່ຽວກັບຫລາຍບັນຫາ, ແຕ່ 2 ປະເທດ ອາດຈະສົມທົບກັນຢູ່ ຊີຣີ ເພື່ອຮັບປະກັນສະຖຽນລະພາບ ບົນພື້ນຖານຜົນປະໂຫຍດຄວາມສະຫງົບປອດໄພຂອງ ວໍຊີງຕັນ ແລະ ມົດສະກູ.

ຕອບກັບ

ຂ່າວ/ບົດ​ອື່ນ