ອາເມລິກາ ແລະ ຍີ່ປຸ່ນ ກະກຽມດຳເນີນການເຈລະຈາ “2+2”

(VOVWORLD) - ວັນທີ 07 ສິງຫາ, ກະຊວງການຕ່າງປະເທດ ອາເມລິກາ ປະກາດວ່າ ອາເມລິກາ ແລະ ຍີ່ປຸ່ນ ຈະດຳເນີນການເຈລະຈາ “2 + 2” ລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ກະຊວງການຕ່າງປະເທດ 2 ປະເທດໃນວັນທີ 17 ສິງຫາ ຈະມາເຖິງຢູ່ນະຄອນຫລວງ ວໍຊິງຕັນ ດີຊີ (ອາເມລິກາ). 
ອາເມລິກາ ແລະ ຍີ່ປຸ່ນ ກະກຽມດຳເນີນການເຈລະຈາ “2+2” - ảnh 1 (ພາບປະກອບ)

ຕາມນັ້ນແລ້ວ ກະຊວງການຕ່າງປະເທດ ອາເມລິກາ,  ທ່ານລັດຖະມົນຕີກະຊວງການຕ່າງປະເທດ Rex Tillerson ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Jim Mattis ຈະເຈລະຈາກັບບັນດາຄູ່ຕຳແໜ່ງຝ່າຍ ຍີ່ປຸ່ນ ແມ່ນທ່ານລັດຖະມົນຕີກະຊວງການຕ່າງປະເທດ Taro Kono ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Itsunori Onodera. ການປະຊຸມດຳເນີນຢູ່ ວໍຊິງຕັນ ແລະ ສຸມໃສ່ເຂົ້າວິທີການສົມທົບກັນລະຫວ່າງ ອາເມລິກາ ແລະ ຍີ່ປຸ່ນ ແນໃສ່ “ປະຕິກິລິຍາຕໍ່ສະພາບແວດລ້ອມໝັ້ນຄົງໃນພາກພື້ນພວມປ່ຽນແປງ” ແລະ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ 2 ຝ່າຍ. 2 ຝ່າຍຄາດຄະເນວ່າ ຈະປຶກສາຫາລືກ່ຽວກັບບັນຫາກອງທັບ ອາເມລິກາ ຕັ້ງທັບຢູ່ ຍີ່ປຸ່ນ.

        ນີ້ແມ່ນການເຈລະຈາ “2 + 2” ຄັ້ງທຳອິດລະຫວ່າງ ອາເມລິກາ ແລະ ຍີ່ປຸ່ນ ນັບແຕ່ເມື່ອທ່ານປະທານາທິບໍດີ Donald Trump ຂຶ້ນກຳອຳນາດ ພາຍຫລັງການເລືອກຕັ້ງເມື່ອເດືອນ ພາຈິກ ປີ 2016 ແລະ ກໍ່ແມ່ນການພົບປະຄັ້ງທຳອິດລະຫວ່າງ 2 ປະເທດຕາມກົນໄກນີ້ ນັບແຕ່ເດືອນ ເມສາ ປີ 2015.

 

ຕອບກັບ

ຂ່າວ/ບົດ​ອື່ນ