ອາເມລິກາ ແລະ ລາວ ຈັດຕັ້ງການໂອ້ລົມສົນທະ ນາຮອບດ້ານຄັ້ງທີ 4
(vovworld) - ກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ: ໃນວັນທີ 27/6, ອາເມລິກາ ແລະ ລາວ ໄດ້ຈັດຕັ້ງການໂອ້ລົມສົນທະນາ 2 ຝ່າຍຮອບດ້ານຄັ້ງທີ 4 ເພື່ອປຶກສາຫາລື ກ່ຽວກັບບັນດາບັນຫາລະຫວ່າງ 2 ປະເທດ ແລະ ພາກພື້ນ ເພື່ອແນໃສ່ເພີ່ມທະວີບັນດາການພົວພັນ 2 ຝ່າຍ. ການໂອ້ລົມສົນທະນາດັ່ງກ່າວ ໄດ້ສ້າງກາລະໂອກາດເພື່ອໃຫ້ 2 ປະເທດເຂົ້າຮ່ວມການປຶກສາຫາລືຮອບດ້ານກ່ຽວກັບບັນດາບັນຫາ 2 ຝ່າຍ ແລະ ພາກພື້ນ ສ່ອງແສງການພັດທະນາສາຍພົວພັນລະຫວ່າງ 2 ປະເທດ. 2 ຝ່າຍ ໄດ້ປຶກສາຫາລືບັນດາບັນຫາ: ເລື່ອງ ລາວ ເຂົ້າເປັນສະມາຊິກຂອງອົງການການຄ້າໂລກ (ຫຼື WTO) ໃນໄລຍະຈະມາເຖິງ, ບັນດາຄວາມມານະພະຍາຍາມ 2 ຝ່າຍເພື່ອແນໃສ່ຊ່ວຍເຫຼືອລາວ ແກ້ໄຂບັນຫາພະລາທິການ ກໍຄືການຮ່ວມມືໃນບັນດາບັນຫາຄື: ສາທາລະນະສຸກ, ແລກປ່ຽນດ້ານສືກສາ, ຕ້ານຢາເສບຕິດ, ປະຕິບັດກົດໝາຍ, ໄພການຄ້າມະນຸດ ແລະ ປົກປັກຮັກສາສິ່ງແວດລ້ອມ. ນອກຈາກນັ້ນ, 2 ຝ່າຍກໍປຶກສາຫາລື ບັນດາຄວາມມານະພະຍາຍາມ ເພື່ອແນໃສ່ແກ້ໄຂບັນດາບັນຫາ ທະຫານ ອາເມລິກາ ຍັງຄົງຫາຍສາບສູນ ໃນປາງສົງຄາມຢູ່ລາວ. ກໍທີ່ການໂອ້ລົມສົນທະນາດັ່ງກ່າວ, ອາເມລິກາ ໄດ້ຢືນຢັນຄືນໃໝ່ຈະສະໜັບສະໜູນບົດບາດເປັນໃຈກາງຂອງອາຊຽນ ໃນໂຄງປະກອບພາກພື້ນທີ່ພວມ ພັດທະນາ ຢູ່ອາຊີ - ປາຊີຟິກ ແລະ ເນັ້ນໜັກຄວາມສຳຄັນຂອງ ອາຊຽນ ໃນເລື່ອງກໍ່ຄວາມດັນ ເພື່ອແນໃສ່ແກ້ໄຂບັນດາບັນຫາໃນພາກພື້ນ.