ອາເມລິກາ ໃຫ້ຄຳໝັ້ນສັນຍາ ຊຸກຍູ້ການຮ່ວມມືເສດຖະກິດ ກັບ ອາຊຽນ

ອາເມລິກາ ໃຫ້ຄຳໝັ້ນສັນຍາ      ຊຸກຍູ້ການຮ່ວມມືເສດຖະກິດ ກັບ ອາຊຽນ  - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ການ​ນຳ​ວິ​ສາ​ຫະກິດ ອາ​ຊຽນ - ອາ​ເມ​ລິ​ກາ


(vovworld) - 10 ປະ​ເທດ ອາ​ຊຽນ ​ແມ່ນ​ຄູ່​ຮ່ວມ​ມື​ເສດຖະກິດ, ຄູ່​ເຈລະຈາ​ຍຸດ​ທະ​ສາດ​ຂອງ ອາ​ເມ​ລິ​ກາ, ພາກ​ພື້ນ​ອາ​ຊຽນພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ ດ້ວຍ​ພົນລະ​ເມືອງ 600 ລ້ານ​ຄົນ ​ໄດ້​ຮັບ​ຄວາມ​ມຸ່​ງຫວັງ​ວ່າ​ແມ່ນ​ຕະຫລາດ​ສົ່ງ​ອອກ​ສຳຄັນພິ​ເສດຊ່ວຍ​ພື້ນຖານ​ເສດຖະກິດ ອ​າ​ເມ​ລິ​ກາ ຫລຸດ​ພົ້ນ​ອອກ​ຈາກ​ສະພາບ​ຊັກ​ຊ້າ​ປະຈຸ​ບັນ”. ນີ້​ແມ່ນ​ສານ​ຊື່​ງບັນດາ​​ເຈົ້າ​ຫນ້າ​ທີ່ ອາ​ເມ​ລິ​ກາ ຢັ້ງຢືນ​ອີກ​ຄັ້ງ​ຫນຶ່ງ​ໃນ​ການ​ພົບ​ປະ​ຄັ້ງ​ຕ່າງໆ​ກັບ​ລັດຖະມົນຕີ​​ເສດຖະກິດ ອາ​ຊຽນ ຢູ່ ຊຽມຣຽບ ປະ​ເທດ ກຳປູ​ເຈຍ ​ໃນ​ວັນ​ທີ 30/8.​ ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ ອາຊຽນ ຄັ້ງ​ທີ 44 ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ກອງ​ປະຊຸມ​ການ​ນຳ​ວິ​ສາ​ຫະກິດ ອາ​ຊຽນ - ອາ​ເມ​ລິ​ກາ ກໍຖືກ​ຈັດ​ຂຶ້ນ. ນີ້​ແມ່ນ​ເວທີ​ປາ​ໄສ​ຂັ້ນສູງເປັນ​ຄັ້ງ​ທຳ​ອິດ​ຈັດ​ຂຶ້ນຢ່າງ​ເປັນ​ທາງ​ການລະຫວ່າງ ອາ​ເມ​ລີ​ກາ ​ແລະ ອາ​ຊຽນ ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ ​ແມ່ນ​ໂອກ​າດ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ​ແລະ ອາ​ຊຽນ ​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ການ​ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ ​ແລະ ປ່ຽນ​ໃຫມ່​ເຕັກ​ໂນ​ໂລ​ຊີ, ພ້ອມ​ກັນ​ຍົກ​ອອກ​ບັນດາ​ຂໍ້​ສະ​ເຫ​ນີກ່ຽວ​ກັບ​ນະ​ໂຍບາຍ ​ແລະ ກົນ​ໄກ​ຜ່ານ​ການ​​ເຈລະຈາ​​ໂດຍ​ກົງກັບ​ບັນດາ​ລັດຖະມົນຕີ​ເສດຖະກິດ, ການ​ຄ້າ​ຂອງ ອາ​ຊຽນ.

ຂ່າວ/ບົດ​ອື່ນ