ຮັດແໜ້ນການພົວພັນຮ່ວມມືລະຫວ່າງ 2 ອົງການແນວໂຮມຫວຽດນາມ - ລາວ

(VOVWORLD) -ວັນທີ 24 ທັນວາ, ທ່ານເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທງເໝີນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງ ສູນກາງແນວລາວ ສ້າງຊາດ, ໂດຍທ່ານ ຄຳໃບ ດຳລັດ, ຮອງປະທານຜູ້ປະຈຳການສູນກາງແນວລາວ ສ້າງຊາດ ເປັນຫົວໜ້າຄະນະ, ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ຮັດແໜ້ນການພົວພັນຮ່ວມມືລະຫວ່າງ 2 ອົງການແນວໂຮມຫວຽດນາມ - ລາວ - ảnh 1ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ເຈິ່ນແທງເໝີນ ຕ້ອນຮັບ

ທ່ານ ຄຳໃບ ດຳລັດ ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ

(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານ ເຈິ່ນແທງເໝີນ ສະເໜີໃນໄລຍະຈະມາເຖິງຍູ້ແຮງການເຊື່ອມຕໍ່ທາງຄົມມະນາຄົມລະຫວ່າງ 2 ປະເທດ. ພ້ອມກັນນັ້ນ, 2 ຝ່າຍເພີ່ມທະວີການລົງທຶນພື້ນຖານໂຄງລ່າງຢູ່ບັນດາດ່ານຊາຍແດນຂອງ 2 ປະເທດ; ຕັ້ງໜ້າສົມທົບກັນໃນການຊອກຫາ, ທ້ອນໂຮມ ແລະ ສົ່ງອັດຖິສະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ໃນໄລຍະສົງຄາມຕ່າງໆກັບຄືນເມືອປະເທດ.

        ສ່ວນທ່ານ ຄຳໃບ ດຳລັດ ຢືນຢັນວ່າ, ຈາກຜົນສຳເລັດຂອງບົດບັນທຶຊ່ວຍຈຳ ແລະ ເນື້ອໃນທີ່ໄດ້ວາງອອກຂອງການເຈລະຈາ, ອົງການແນວໂຮມຂອງ 2 ປະເທດ ສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ລົງນາມຢ່າງມີປະສິດທິຜົນ, ຊຸກຍູ້ການຮ່ວມມື, ແລກປ່ຽນບົດຮຽນກ່ຽວກັບວຽກງານແນວໂຮມ. ຜ່ານນັ້ນປະກອບສ່ວນຊຸກຍູ້ສາຍພົວພັນສາມັກຄີມິດຕະພາບຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາ, ກ້າວຂຶ້ນສູ່ລະດັບສູງໃໝ່.

        ແລະກໍ່ໃນວັນດຽວກັນ, ຄະນະຜູ້ແທນຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂດຍທ່ານຮອງປະທານ, ເລຂາທິການໃຫຍ່ຄະນະກຳມະການ ເຮົາອາເລັ່ງ ນຳໜ້າ, ໄດ້ມີການເຈລະຈາກັບຄະນະຜູ້ແທນສູນກາງແນວລາວສ້າງຊາດ ໂດຍທ່ານ ຄຳໃບ ດຳລັດ, ຮອງປະທານຜູ້ປະຈຳການຄະນະເປັນຫົວໜ້າຄະນະ.

ຕອບກັບ

ຂ່າວ/ບົດ​ອື່ນ