ຮັບ​ຮອງ 36 “ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ”

(VOVWORLD) -    ວັນທີ 24 ກັນຍາ, ຢູ່ເມືອງ ຟອງດ່ຽນ, ນະຄອນ ເກີ່ນເທີ, ສະຫະສະມາຄົມການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໄດ້ຈັດງານພົບປະສັງສັນ “ສະຖານທີ່ທ່ອງທ່ຽວພົ້ນເດັ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ” ຄັ້ງທີ I ປີ 2022.
ຮັບ​ຮອງ 36 “ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ” - ảnh 1ງານພົບປະສັງສັນ (ພາບ: baotravinh.vn)

ທີ່ງານພົບປະ, ສະຫະສະມາຄົມການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໄດ້ມອບຂໍ້ຕົກລົງຮັບຮອງເອົາ 36 “ສະຖານທີ່ທ່ອງທ່ຽວພົ້ນເດັ່ນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ” ປີ 2022, ໃນນັ້ນ ຢັ້ງຢືນຄືນ 31 ສະຖານທີ່ ແລະ ຮັບຮອງເອົາ 5 ສະຖານທີ່ໃໝ່ຕື່ມອີກ.

        ໃນໄລຍະຈະມາເຖິງ, ສະຫະສະມາຄົມການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຈະສືບຕໍ່ສົມທົບກັບບັນດາແຂວງ ລອງອານ, ຈ່າວິງ, ກາເມົາ, ເຮົ້າຢາງ… ສ້າງລາຍການທ່ອງທ່ຽວ, ສາຍທ່ອງທ່ຽວພາຍໃນເຂດ ຫຼື ລະຫວ່າງແຂວງຕໍ່ແຂວງ; ພ້ອມທັງຍູ້ແຮງການເຄື່ອນໄຫວສົ່ງເສີມ, ໂຄສະນາເຜີຍແຜ່ເພື່ອດຶງດູດແຂກທ່ອງທ່ຽວ, ປະກອບສ່ວນພັດທະນາເສດຖະກິດ - ສັງຄົມ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ