ຮອງນາຍົກລັດຖະມົນຕີຫວູວັນນີງເຮັດວຽກກັບການນຳນະຄອນເກີນເທີ
ຮອງນາຍົກລັດຖະມົນຕີຫວູວັນນີງເຮັດວຽກກັບການນຳນະຄອນເກີນເທີ
(ພາບ: VGP/Thành Chung)
(vovworld) – ຕອນບ່າຍວັນທີ 8/7, ທ່ານ ຫວູວັນນີງ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ ພ້ອມກັບຄະນະປະຕິບັດງານສູນກາງພັກ ກອມມູນິດ ຫວຽດນາມ ມີການເຮັດວຽກກັບການນຳນະຄອນ ເກີນເທີ, ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ, ປ້ອງກັນຊາດປ້ອງກັນຄວາມສະຫງົບໃນ 6 ເດືອນຕົ້ນປີ. ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ຕີລາຄາສູງບັນດາໝາກຜົນທີ່ນະຄອນ ເກີນເທີ ບັນລຸໄດ້ໃນໄລຍະຜ່ານມາ ແລະ ຢືນຢັນ ນີ້ແມ່ນປັດໄຈເພື່ອໃຫ້ແຂວງ ເກີນເທີ ປະຕິບັດສຳເລັດບັນດາແຜນການໃນໄລຍະຈະມາເຖິງ. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ແຂວງ ເກີນເທີ ສືບຕໍ່ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດຜ່ານຜ່າບັນດາສິ່ງທ້າທາຍ, ຄວາມຫຍຸ້ງຍາກ, ພ້ອມທັງເປັນເຈົ້າການໃນການຫັນປ່ຽນໂຄງປະກອບເສດຖະກິດ, ຊອກຫາບັນດາຕະຫຼາດໃຫຍ່. ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ຢືນຢັນວ່າ: ແຂວງ ເກີນເທີ ຄວນປ່ຽນໃໝ່ບັນດາຫົວໜ່ວຍພາລະກິດມີລາຍຮັບ, ຍູ້ແຮງການຄວບຄຸມລາຄາຕະຫຼາດ ແລະ ຮັບປະກັນວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບຕໍ່ໜ້າບັນດາການຜັນແປທີ່ສັບສົນໃນປະຈຸບັນ.