ຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍອອກຄຳສັ່ງເປີດໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ ຈູງເຊີນ

ຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍອອກຄຳສັ່ງເປີດໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ ຈູງເຊີນ - ảnh 1
ເປີດ​ໂຄງການກໍ່ສ້າງ​ເຂື່ອນ​ໄຟຟ້າ​ນ້ຳຕົກ ຈູງ​ເຊີນ
(ພາບ: chinhphu.vn)


(vovworld) -     ຕອນ​ເຊົ້າ​ວັນ​ທີ 24/11, ຢູ່​ຕາ​ແສງ ຈູງ​ເຊີນ, ​ເມືອງ ກວານ​ຮ໋ວາ, ​ແຂວງ​ແທງ​ຮ໋ວາ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽ​ດນາມ ຮ່ວາງ​ຈູ​ນຫາຍ ​ໄດ້ອອກ​ຄຳ​ສັ່ງ​​ເປີດ​ໂຄງການກໍ່ສ້າງ​ເຂື່ອນ​ໄຟຟ້າ​ນ້ຳຕົກ ຈູງ​ເຊີນ (ດ້ວຍ​ກຳລັງ​ການ​ຜະລິດ​ໄຟຟ້າ 260 MW). ນີ້​ແມ່ນ​ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳຕົກທຳ​ອິດ​ຢູ່​ຫວຽດນາມ ​ໂດຍ​ທະນາຄານ​ໂລກ (WB) ອຸປະຖຳ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູ​ນຫາຍ ຢືນຢັນ​ວ່າ: ນີ້​ແມ່ນ​ໂຄງການ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ, ນອກຈາກ​ສະໜອງ​ໄຟຟ້າ, ​ໂຄງການ​ຍັງ​ມີໜ້າ​ທີ່​ຕ້າ​ນນ້ຳ​ຖ້ວມ, ​​​ໄພ​ແຫ້ງ​ແລ້ງ​ອີກ​ດ້ອຍ. ເຂື່ອນ​ໄຟຟ້າ​ນ້ຳຕົກ ຈູງ​ເຊີນ ຈະ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍດ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ, ສ້າງ​ເງື່ອນ​ໄຂດຳລົງ​ຊີວິດ ​ແລະ ສະພາບ​ແວດ​ລ້ອມທີ່​ດີ​ໃຫ້​ແກ່​ພໍ່​ແມ່​ປະຊາຊົນ​ໃນ​ເຂດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູ​ງຫາຍ ​ໄດ້ຮຽກຮ້ອງ​ໃຫ້​​ເຈົ້າ​ຂອງ​ລົງທຶນ, ຫົວໜ່ວຍ​ຮັບຜິດຊອບ, ທາ​ບທາມ ​ແລະ ຕິດຕາມ​ກວດກາ​ສຸມ​ໃສ່​ລະ​ບົບແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ​ວັດຖຸອຸປະກອນ, ກວດກາ​ລະດັບ​ຄວາມ​ຄືບ​ໜ້າ​ໃຫ້​ຖືກ​ຕາມ​​ແຜນການ, ຄຸນ​ນະພາ​ບຂອງ​ໂຄງການ ​ແລະ ນຳ​​ໂຄງ​ການ​​ເຂົ້າ​ເຄື່ອນ​ໄຫວໃຫ້ຖືກ​ຕາມ​ຈຸດ​ເວລາ​ທີ່​ໄດ້​ວາງ​ອອກ. ພ້ອມ​ທັງ​ສົມ​ທົບ​​ກັບ​ທ້ອງ​ຖິ່ນຕ່າງໆ​ໃນ​ເຂດ​ມີ​ໂຄງການ​ສ້າງ​ເຂດ​ຕັ້ງ​ຖິ່ນ​ຖານ​ຄ​ົງທີ່​ຄືນ​ໃໝ່, ​ເອົາ​ໃຈ​ໃສ່​ເຖິງ​ພື້ນຖານ​​ໂຄງ​ລ່າງ, ຮັບປະກັນ​ເນື້ອ​ທີ່​ດິນ​​ທຳ​ການ​ຜະລິດ​ໃຫ້​ປະຊາຊົນ​ຢູ່​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຄືນ​ໃໝ່.

ຂ່າວ/ບົດ​ອື່ນ