ຮອງນາຍົກລັດຖະມົນຕີເຈືອງຮ່ວາບີງເຮັດວຽກກັບກະຊວງພາຍໃນ

ຮອງນາຍົກລັດຖະມົນຕີເຈືອງຮ່ວາບີງເຮັດວຽກກັບກະຊວງພາຍໃນ - ảnh 1
(ຮອງນາຍົກລັດຖະມົນຕີເຈືອງຮ່ວາບີງເຮັດວຽກກັບກະຊວງພາຍໃນ)

(vovworld) - ຕອນ​ເຊົ້າ​ວັນ​ທີ 06/06 ທີ່​ການ​ເຮັດ​ວຽກ​ກັບ​ກະຊວງ​ພາຍ​ໃນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ​ເຈືອງ​ຮ່ວາ​ບີ​ງ ສະ​ເໜີ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ ກະ​ຂວງ​ພາຍ​ໃນ​ ຈະສຸມ​ໃສ່​ປະຕິບັດ​ຄາດໝາຍ​ຈຸດ​ສຸມ​ຂອງ​ການ​ປະຕິ​ຮູບ​ດ້ານການ​ບໍລິຫານ​ລວມມີ: ລັດຖະບານ​ເອ​ເລັກ​ໂຕນິກ, ປະຕິ​ຮູບ​ລະບອບລັດຖະການ…​ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເຈືອງ​ຮ່ວາ​ບີ​ງ ສະ​ເໜີ​ກະຊວງ​ພາຍ​ໃນ ຖື​ເປັນ​ສຳຄັນ​ພິ​ເສ​ດ​ເລື່ອງ​ປະຕິ​ຮູບ​ດ້ານການ​ບໍລິຫານ ​ເພື່ອ​ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ຮັບ​ໃຊ້​ປະຊາຊົນ, ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ, ​ເພື່ອ​ປະຊາຊົນ. ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ​ເຈືອງຮ່ວາ​ບີ​ງ ຊີ້​ແຈ້ງວ່າ:

        “​ແຜນການ​ປະຕິ​ຮູບດ້ານ​ການ​ບໍລິຫານ​ໄລຍະ 2 (2016 - 2020) ​ໄດ້​ຮັບ​ການ​ໃຫ້​ສັດຕະຍາບັນຈາກ​ລັດຖະບານ. ​ໄລຍະ​ຈະ​ມາ​ເຖິງ ກະຊວງ​ພາຍ​ໃນ ສຸມ​ໃສ່​​ເຂົ້າ​ໃນ​ການປະຕິ​ຮູບດ້ານ​ການ​ບໍລິຫານ, ປະຕິ​ຮູບລະບອບ, ກໍ່ສ້າງ ​ແລະ ຍົກ​ສູງ​ຄຸນ​ນະພາ​ບຖັນ​ແຖວ​ພະນັກງານລັດຖະກອນ, ພາລະ​ກອນ; ​​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດ​ເຖິງ​ການປະຕິ​ຮູບ​ເງິນ​ເດືອນ, ຍົກ​ສູງ​ຄຸນ​ນະພາ​ບການ​ບໍລິການ​ດ້ານ​ບໍລິຫານ ​ແລະ ການບໍລິການ​ພາກ​ລັດ. ກະຊວງ​ພາຍ​​ໃນ​ຄວນ​ສືບ​ຕໍ່​​ເສີມ​ຂະຫຍາຍ, ນອກຈາກ​ຂົງ​ເຂ​ດຮັບຜິດຊອບ ຄວນກະຕຸກ​ຊຸກ​ຍູ້​ບັນດາ​ອົງການ​ສຳນັກງານ​ປະຕິບັດ​ໃນ​ຂົງ​ເຂດ​ຈຸດ​ສຸມ​ດັ່ງ​ກ່າວ.

        ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ​ເຈືອງ​ຮ່ວາ​ບີ​ງ ກໍ່ສະ​ເໜີ​ກະຊວງ​ພາຍ​ໃນ​ຍົກ​ສູງ​ຄຸນ​ນະພາ​ບ ການ​ຮັບ​ໃຊ້ວິ​ສາ​ຫະກິດ​ຜະ​ລິດ​ດຳ​ເນີນ​ທຸລະ​ກິດ.

ຂ່າວ/ບົດ​ອື່ນ