(vovworld) – ຕອນເຊົ້າວັນທີ 06/07, ທີ່ການເຮັດວຽກກັບພະນັກງານຫຼັກແຫຼ່ງແຂວງກອນຕູມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຍ້ອງຍໍບັນດາຄວາມມານະພະຍາຍາມຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງກອນຕູມ ໃນການປະຕິບັດບັນດາຄາດໝາຍພັດທະນາເສດຖະກິດສັງຄົມ, ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບໃນ 6 ເດືອນຕົ້ນປີ 2014. ໃນເງື່ອນໄຂຄວາມຫຍຸ້ງຍາກລວມຂອງພື້ນຖານເສດຖະກິດ, ແຕ່ແຂວງຍັງຮັກສາລະດັບເຕີບໂຕເສດຖະກິດໄດ້ໄວ້ 11,68%, ບັນດາອົງການສິ້ນເຊື່ອໄດ້ລະດົມຈຳນວນເງິນ 7.000 ຕື້ດົງເພື່ອໃຫ້ກູ້ຢືມຮັບໃຊ້ການພັດທະນາການຜະລິດ; ຂົງເຂດສາທາລະນະສຸກ, ວັດທະນະທຳ, ວຽກງານຮັບປະກັນຊີວິດສັງຄົມໄດ້ຮັບຄວາມເອົາໃຈໃສ່; ການປ້ອງກັນຊາດປ້ອງກັນຄວາມສະຫງົບໄດ້ຮັກສາໄວ້ຢ່າງໝັ້ນຄົງ. ກ່ຽວກັບບັນດາໜ້າທີ່ຈຸດສຸມໃນ 6 ເດືອນທ້າຍປີ, ທ່ານຮອງນາຍົກລັດຖະມົນຕີ ໃສ່ໃຈວ່າ.
“ສືບຕໍ່ເພີ່ມທະວີວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ສ້າງກຸ່ມກ້ອມມະຫາສາມັກຄີທົ່ວປວງຊົນທັງຊາດ, ສ້າງລະບົບການເມືອງຂັ້ນຮາກຖານຢ່າງໝັ້ນຄົງເຂັ້ມແຂງ, ສົມທົບກັບບັນດາກຳລັງໃນບໍລິເວັນແຂວງຢ່າງແໜ້ນແຟ້ນ ເປັນເຈົ້າການຮັບປະກັນຄວາມສະຫງົບອະທິປະໄຕຂອງຫວຽດນາມ. ຕ້ອງຍູ້ແຮງ, ເປີດກວ້າງການພົວພັນດ້ານເສດຖະກິດກັບຫຼາຍປະເທດ, ສ້າງເຂດຊາຍແດນແຫ່ງສັນຕິພາບ. ບັນດາອົງການສູນກາງຕ້ອງໜູນຊ່ວຍແຂວງກອນຕູມ ຢ່າງທັນການ ໃນນັ້ນມີເລື່ອງສົ່ງບັນດາຄະນະປະຕິບັດງານໃນສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລໄປຊ່ວຍກອນຕູມ ຄົ້ນຄວ້າການຫັນປ່ຽນໂຄງປະກອບເສດຖະກິດເພື່ອນຳໃຊ້ທ່າແຮງ, ທ່າໄດ້ບຽບ. ສືບຕໍ່ເອົາໃຈໃສ່ເຖິງການລົງທຶນກໍ່ສ້າງພື້ນຖານໂຄງລ່າງເສດຖະກິດສັງຄົມ ພິເສດແມ່ນຢູ່ບັນດາເມືອງທີ່ຫຍຸ້ງຍາກ”