ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບແຂວງກອນຕຸມ

ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບແຂວງກອນຕຸມ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
ເຮັດ​ວຽກ​ກັບ​ຄະນະ​ພັກ​ແຂວງ​ກອນ​ຕຸ​ມ
(ພາບ: chinhphu.vn)

(vovworld) -     ຕອນ​ບ່າຍ​ວັນ​ທີ 26/02, ຢູ່​ນະຄອນ​ກອນ​ຕຸ​ມ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ພັກ​ແຂວງ​ກອນ​ຕຸ​ມ ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ, ສັງຄົມ, ຮັບປະກັນ​ຄວາມ​ໝັ້ນຄົງ​ທາງດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ຂອງ​ທ້ອງ​ຖິ່ນ. ກ່າວ​ຄຳ​ເຫັນ​ທີ່​ການ​​ເຮັດ​ວຽກ, ທ່ານ​ຮອງ​ນາຍົກລັດ​ຖະມົນຕີ ​ໄດ້​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ແຂວງ​ກອນ​ຕຸ​ມ, ພ້ອມ​ທັງ​ຊີ້​ໃຫ້​ເຫັນ​ບັນດາ​ຄວາມ​ຫຍຸ້ງຍາກ, ສິ່ງ​ຈຳກັດ​ເຊິ່ງທ້ອງຖິ່ນ​ພວມປະ​ເຊີນ​ໜ້າ​ຄື; ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ; ຂອບ​ຂະໜາດເສດຖະກິດ​ຍັງ​ນ້ອຍ​ຢູ່; ກະ​ສິ​ກຳຍັງ​ກວມ​ອັດຕາ​ສ່ວນສູງ... ກ່ຽວ​ກັບ​ທິດ​ທາງ​ພັ​ດທະນາ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ຮອງ​ນາຍົກລັດຖະມົນຕີ​ເນັ້ນ​ໜັກ​ວ່າ ກອນ​ຕຸ​ມ ຕ້ອງ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົມຊ້ອນ, ທ່າ​ແຮງ​ທີ່​ມີ​ຢູ່​ແລ້ວ​ກ່ຽວ​ກັບ​ທີ່​ດິນ, ຜົນລະ​ປູກ, ສັດລ້ຽງ, ສ້າງ​ບາງ​ຜະລິດ​ຕະພັນ​ຕົ້ນ​ຕໍ​ຂອງ​​ແຂວງ. ທ່ານ​ຮອງ​ນາຍົກລັດຖະມົນຕີກໍ​ເອົາ​ໃຈ​ໃສ່​ວ່າ ທ້ອງ​ຖິ່ນ​ຈັດ​ຕັ້ງ​ການ​ປະຕິບັດ​ເລື່ອງ​ຮັບ​ເອົາ​ຄຳ​ເຫັນ​ຈາກ​ປະຊາຊົນ​ໃຫ້​ແກ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ເປັນ​ຢ່າງ​ດີ; ຮັກສາ ​ແລະ ​ເສີມ​ຂະ​ຫຍາ​ຍຄຸນ​ຄ່າວັດທະນະທຳ​ບັນ​ດາ​ເຜົ່າ.
ຂ່າວ/ບົດ​ອື່ນ