ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເຂົ້າຮ່ວມກອງປະຊຸມສຳມະນາເສດຖະກິດ ຫວຽດນາມ

(VOVWORLD) -  ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລື, ໄຈ້ແຍກບັນດາສິ່ງກີດຂວາງ, ຈຸດແອອັດ ແລະ ກຳລັງໜູນໃຫ້ແກ່ການເຕີບໂຕ, ຊີ້ອອກບັນດາກາລະໂອກາດ ແລະ ສິ່ງທ້າທາຍຂອງພື້ນຖານເສດຖະກິດໃນຊຸມປີຈະມາເຖິງ
ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເຂົ້າຮ່ວມກອງປະຊຸມສຳມະນາເສດຖະກິດ ຫວຽດນາມ  - ảnh 1 ກອງປະຊຸມສຳມະນາ ວິທະຍາສາດ “ເສດຖະກິດ ຫວຽດນາມ - ກຳລັງໜູນເຕີບໂຕ ແລະ ມາດຕະການຊຸກຍູ້”

ຕອນເຊົ້າວັນທີ 15 ພະຈິກ, ຢູ່ຮ່າໂນ້ຍ, ສະພາມະຫາບັນດິດວິທະຍາສາດ ສັງຄົມ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາ ວິທະຍາສາດ “ເສດຖະກິດ ຫວຽດນາມ - ກຳລັງໜູນເຕີບໂຕ ແລະ ມາດຕະການຊຸກຍູ້”. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລື, ໄຈ້ແຍກບັນດາສິ່ງກີດຂວາງ, ຈຸດແອອັດ ແລະ ກຳລັງໜູນໃຫ້ແກ່ການເຕີບໂຕ, ຊີ້ອອກບັນດາກາລະໂອກາດ ແລະ ສິ່ງທ້າທາຍຂອງພື້ນຖານເສດຖະກິດໃນຊຸມປີຈະມາເຖິງ, ຈາກນັ້ນ, ມີບັນດາມາດຕະການຊຸກຍູ້ການເຕີບໂຕ ທັງມີລັກສະນະໃນຕໍ່ໜ້າ ທັງມີລັກສະນະຍາວນານ. ທ່ານ ປອ ເຈີ່ນດິ່ງທຽນ, ຫົວໜ້າສະຖາບັນເສດຖະກິດ ຫວຽດນາມ ເນັ້ນໜັກວ່າ:

        “ເພື່ອປ່ຽນໃໝ່ຮູບແບບການເຕີບໂຕ ແລະ ສ້າງໂຄງປະກອບຄືນໃໝ່, ຄວນແກ້ໄຂໂດຍພື້ນຖານ ແລະ ມີລັກສະນະຈຸດປະສົງຈະແຈ້ງ. ພວກເຮົາຄວນຍົກອອກລະບົບລະບຽບການ, ກົນໄກສົ່ງເສີມບົນພື້ນຖານການແກ່ງແຍ້ງຢ່າງເສລີ. ບັນຫາຫຼັກແຫຼ່ງແມ່ນເຮັດແນວໃດເພື່ອຫລຸດພົ້ນອອກຈາກບັນດາຂໍ້ຜູກຮັດ, ເຮັດແນວໃດເພື່ອໃຫ້ບັນດາເງື່ອນໄຂດຳເນີນທຸລະກິດບໍ່ຜູກຮັດວິສາຫະກິດ… ລັດຖະບານກໍ່ຕ້ອງມີການກະທົບແຊກແຊງເຂົ້າການພັດທະນາແຫຼ່ງຊັບພະຍາກອນມະນຸດ, ມຸ່ງໄປສູ່ແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ, ເຕັກໂນໂລຢີສູງ.”

ຕອບກັບ

ຂ່າວ/ບົດ​ອື່ນ