( vovworld ) - ຕອນບ່າຍວັນທີ 14/6, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ Vu Van Ninh ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດຂອງແຂວງກາເມົາ. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ Vu Van Ninh ໄດ້ຢືນຢັນວ່າ; ຍາມໃດພັກ, ລັດ ແລະ ປະຊາຊົນ ກໍຮູ້ບຸນຄຸນຕໍ່ການເສຍສະຫຼະ, ການປະກອບສ່ວນຂອງບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ, ບັນດານັກຮົບເກົ່າ, ຊາວໜຸ່ມຕະລຸມບອນ, ຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດຢູ່ແຂວງກາເມົາ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດ ເສລີພາບໃຫ້ແກ່ປະເທດຊາດ. ຍາມໃດພັກ, ລັດ ກໍເອົາໃຈໃສ່ ແລະ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຍົກສູງຊີວິດດ້ານວັດຖຸ, ຈິດໃຈຂອງບັນດາຄອບຄົວນະໂຍບາຍ, ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດໃນທົ່ວປະເທດເວົ້າລວມ ແລະ ແຂວງກາເມົາ ເວົ້າສະເພາະ. ທ່ານຮອງນາຍົກລັດຖະມົນຕີ Vu Van Ninh ຮຽກຮ້ອງໃຫ້ອົງຄະນະພັກ, ອຳນາດການປົກຄອງແຂວງກາເມົາ ຄວນສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວທາງສັງຄົມ, ຕອບບຸນແທນຄຸນ, ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ, ເພື່ອໃຫ້ວຽກງານເບິ່ງແຍງດູແລ, ຕອບບຸນແທນຄຸນຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດນັບມື້ນັບດີກວ່າ. ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ Vu Van Ninh ໄດ້ມອບຂອງຂວັນໃຫ້ບັນດາຜູ້ແທນທີ່ມີຄຸນງາມຄວາມດີຂອງແຂວງກາເມົາ.