ຮອງປະທານປະເທດຫງວຽນທິຢວານຕ້ອນຮັບນັກສຶກສາລາວທີ່ດີເດັ່ນ
ທ່ານນາງຮອງປະທານປະເທດ ຫງວຽນທິຢວານ
ຕ້ອນຮັບຄະນະຜູ້ແທນນັກສຶກສາ ລາວ ທີ່ດີດັ່ນ
(ພາບ: TTXVN)
(vovworld) – ຕອນບ່າຍວັນທີ 18/9, ຢູ່ສຳນັກງານປະທານປະເທດ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນນັກສຶກສາ ລາວ ທີ່ດີດັ່ນ 40 ຄົນ ທີ່ຕາງໜ້າໃຫ້ນັກສຶກສາ ລາວ 9.000 ຄົນ ທີ່ພວມຄົ້ນຄວ້າ ແລະ ຮ່ຳຮຽນຢູ່ມະຫາວິທະຍາໄລ ແລະ ສະຖາບັນຂອງ ຫວຽດນາມ 150 ແຫ່ງ ເນື່ອງໃນໂອກາດເລີ່ມຕົ້ນສົກຮຽນໃໝ່ປີ 2015 – 2016. ທີ່ການຕ້ອນຮັບ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ເນັ້ນໜັກວ່າ: ການຮ່ວມມືໃນຂົງເຂດການສຶກສາ, ບຳລຸງສ້າງລະຫວ່າງ 2 ປະເທດໃນໄລຍະຜ່ານມາບັນລຸໄດ້ຜົນງານທີ່ແທດຈິງຫຼາຍຢ່າງ. ຂະແໜງການສຶກສາ 2 ປະເທດ ຫວຽດນາມ - ລາວ ພວມຜັນຂະຫຍາຍໂຄງການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ປະເທດ ລາວ, ບັນດາຮູບການບຳລຸງສ້າງໄດ້ຫັນເປັນຫລາຍຮູບຫລາຍແບບຈາກຊັ້ນມັດຖະຍົມເຖິງຊັ້ນປະລິນຍາເອກ. ນັບມື້ນັບມີນັກສຶກສາ ລາວ ຫລາຍຄົນມາຮຳ່ຮຽນຢູ່ ຫວຽດນາມ. ທ່ານນາງຮອງປະທານປະເທດ ປາດຖະໜາວ່າ ບັນດານັກສຶກສາ ລາວ ສືບຕໍ່ມານະພະຍາຍາມຮ່ຳຮຽນກ່ວາອີກ ເພື່ອບັນລຸໄດ້ຜົນງານດີກ່ວາອີກສົມເປັນແຫຼ່ງຊັບພະຍາກອນມະນຸດໃນອະນາຄົດ, ກຳລັງແກ່ນສານໃນພາລະກິດສ້າງສາປະເທດ ລາວ ຮັ່ງມີ, ເຂັ້ມແຂງ.