ຮອງປະທານສະພາ ແຫ່ງຊາດ ອວງຈູລິວ ຕ້ອນຮັບຄະນະສະມາຊິກລັດຖະສະພາມິດຕະພາບການາດາ - ຫວຽດນາມ

ຮອງປະທານສະພາ ແຫ່ງຊາດ ອວງຈູລິວ ຕ້ອນຮັບຄະນະສະມາຊິກລັດຖະສະພາມິດຕະພາບການາດາ - ຫວຽດນາມ - ảnh 1
ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລິວຕ້ອນຮັບ​
​ຮອງ​ປະທານ​ບັນດາກຳມາ​ທິການ​ຂອງສະພາ​ແຫ່ງ​ຊາດ​ກາ​ນາ​ດາ
(ພາບ: vietnamplus.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 09 ກັນຍາ, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລິວ ​ໄດ້​ໃຫ້ການ​ຕ້ອນຮັບຄະນະ​ສະມາຊິກ​ລັດຖະສະພາ​ມິດຕະພາບ​ກາ​ນາ​ດາ - ຫວຽດນາມ ​ໂດຍ​ທ່ານ​ຮອງ​ປະທານ​ບັນດາກຳມາ​ທິການ​ຂອງສະພາ​ແຫ່ງ​ຊາດ​ກາ​ນາ​ດາ Barry Devolin, ນຳ​ໜ້າ, ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລິວ ຢືນຢັນ​ວ່າ: ຍາມ​ໃດ​ຫວຽດນາມ ກໍ່​ຖື​ການ​ພົວພັນ​ມິດຕະພາບ ​ແລະ ຮ່ວມ​ມື​ຮອບດ້ານ​ກັບ​ກາ​ນາ​ດາ ​ໃນ​ທຸກ​ຂົງ​ເຂດເປັນ​ສຳຄັນ, ນັບ​ແຕ່ດ້ານ​ການ​ເມືອງ, ​ເສດຖະກິດ, ວັທະນະ​ທຳ, ສຶກສາ... ຕະຫຼອດ​ຮອດ​ການ​ຮ່ວມ​ມື​ໃນ​ບັນດາ​ເວທີ​ປາ​ໄສ​ຢູ່​ພາກ​ພື້ນ​ ​ແລະ ສາກົນ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລິວ ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຈະ​ມານະ​ພະຍາຍາມ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກວາ​ອີກ ຕາມ​ທິດ​ແທດ​ຈິງ ​ແລະ ນັບ​ມື້​ນັບ​ມີ​ປະສິດທິ​ຜົນ, ສົມ​ກັບ​ຄວາມ​ສາມາດ​ບົມຊ້ອນ ​ແລະ ທ່າ​ແຮງ​ຂອງ 2 ປະ​ເທດ. ກ່ຽວ​ກັບ​ການ​ພົວພົນ​ລະຫວ່າງ​ສະພາ​ແຫ່ງ​ຊາດ 2 ປະ​ເທດ​, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລິວ ປາດ​ຖະໜາ​ວ່າ ສະມາຄົມສະມາຊິກ​ລັດຖະສະພາ​ມິດຕະພາບ 2 ປະ​ເທດ​ຈະ​ສືບ​ຕໍ່​ພັດທະນາ​ບົດບາດ​ເພື່ອ​ຍູ້​ແຮງ​ການ​ພົວພັນ​ລະ​ຫວ່າງ 2 ສະພາ​ແຫ່ງ​ຊາດກວ່າ​ອີກ, ພິ​ເສດກ່ຽວ​ກັບ​ດ້ານ​ວິຊາ​ສະ​ເພາະ​ຂຶ້ນ​ກັບ​ໜ້າ​ທີ່​ຂອງ​ອົງການ​ນິຕິບັນຍັດ.

        ທ່ານ​ຮອງ​ປະທານ​ບັນດາ​ກຳມາ​ທິການ​ຂອງສະພາ​ແຫ່ງ​ຊາດ​ກາ​ນາ​ດາ Barry Devolin ຢືນຢັນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ​ຈະ​ສືບ​ຕໍ່​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ກັບ​ຫວຽດນາມ, ​ໂດຍສະ​ເພາະ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ເຊິ່ງ ກາ​ນາ​ດາ ມີ​ທ່າ​ແຮງ​ຄື ​ເຕັກ​ໂນ​ໂລ​ຊີ​ສູງ, ນຳ​ມັນອ້າຍ​ແກັດ, ກະສິກຳ, ການ​ສຶກສາ ​ແລະ ​ແຮງ​ງານ.
ຂ່າວ/ບົດ​ອື່ນ