ຮ່າໂນ້ຍ-ວຽງຈັນຊຸກຍູ້ ການຮ່ວມມືດ້ານການ ສຶກສາ ແລະ ບຳລຸງສ້າງ


ຮ່າໂນ້ຍ-ວຽງຈັນຊຸກຍູ້ ການຮ່ວມມືດ້ານການ ສຶກສາ ແລະ ບຳລຸງສ້າງ - ảnh 1
 (
ພາບປະກອບ)

 (vovworld)- ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ​ ແຕ່​ວັນ​ທີ 29/3-1/4, ຕອນ​ບ່າຍ​ວັນ​ທີ 31/3, ຄະນະ​ປະຕິບັດ​ງານ​ພະ​ແນ​ກສຶກສາ ​ແລະ ບຳລຸງ​ສ້າງ​ຮ່າ​ໂນ້ຍ ​ໂດຍ​ທ່ານ​ຫົວໜ້າ​ພະ​ແນ​ກຫງວຽນ​ຫິ້ວ​ໂດ້ ນຳ​ໜ້າ ​ໄດ້​ມີ​ການ​ເຮັດວຽກກັບ ພະ​ແນ​ກສຶກສາ, ບຳລຸງ​ສ້າງ ​ແລະ ກິລາ​ນະຄອນ​ວຽງ​ຈັນ. ​ໃນ​ຊຸມ​ປີຜ່ານມາ, ຂະ​ແໜງສຶກສາ ຮ່າ​ໂນ້ຍ ​ໄດ້​ໜູນ​ຊ່ວຍ​ຝ່າຍ​ລາວ​​ເຄື່ອງວັດຖຸອຸປະກອນ​ຮັບ​ໃຊ້​ການ​ຮຽນ ​ແລະ ສອນ ຈຳນວນ​ໜຶ່ງ, ສັບ​ຊ້ອນ​ອາຈານ​ໄປ​ສິດສອນ​ຢູ່​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ​ມິດຕະພາບ​ລາວ-​ຫວຽດນາມ ​ແລະ ​ໂຮງຮຽນ​ສາມັນ​ຈຳນວນ 1 ສະຫງວນ​ໃຫ້​ລູກ​ຫຼານ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ ຊື່​ງບັນລຸ​ໄດ້​ໝາກຜົນ​ອັນ​ແທດ​ຈິງ​ໃຫ້​ແກ່​ຂະ​ແໜງສຶກສາ ​ແລະ ບຳລຸງ​ສ້າງນະຄອນ​ວຽງ​ຈັນ. ທີ່​ການ​ເຮັດ​ວຽກ, ສອງ​ຝ່າຍ​ຖື​ວ່າ: ຕ້ອງ​ສືບ​ຕໍ່ເພີ່ມ​ທະວີການ​ແລກປ່ຽນ​ບົດຮຽນ​ໃນ​ການ​ຄຸ້ມຄອງ​ການ​ສຶກສາ, ສິດສອນ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການ​ຮຽນ ​ແລະ ສອນ, ສູ້​ຊົນ​ນຳໂຮງຮຽນ​ມັດທະຍົມ​ຕອນ​ປາຍ​ມິດຕະພາບ​ລາວ-​ຫວຽດນາມ ກາຍ​ເປັນ​ໂຮງຮຽນ​ແບບຢ່າງ​ຂອງ​ວຽງຈັນ, ປະກອບສ່ວນ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸ​ດ​ໃຫ້​ແກ່​ປະ​ເທດ​ລາວ​ໃນ​ໄລຍະ​ໃໝ່. 

ຂ່າວ/ບົດ​ອື່ນ