ເກີດເຫດຍິງປືນຢູ່ສະຖານີລົດໄຟໃຕ້ດິນຢູ່ອາເມລິກາ: ເຮັດໃຫ້ຢ່າງໜ້ອຍສຸດ 16 ຄົນໄດ້ຮັບບາດເຈັບ

(VOVWORLD) -ວົງການເຈົ້າໜ້າທີ່ນະຄອນ ນິວຢອກ ໃຫ້ຮູ້ວ່າ, ມີຊາຍຄົນໜຶ່ງໃສ່ໜ້າກາກກັນພິດໄດ້ວາງລະເບີດຄວັນໃນຕູ້ລົດໄຟໃຕ້ດິນ ແລະ ຫຼັງຈາກນັ້ນຍິງປືນໃສ່ຜູ້ໂດຍສານຫຼາຍຄົນ.
ເກີດເຫດຍິງປືນຢູ່ສະຖານີລົດໄຟໃຕ້ດິນຢູ່ອາເມລິກາ: ເຮັດໃຫ້ຢ່າງໜ້ອຍສຸດ 16 ຄົນໄດ້ຮັບບາດເຈັບ - ảnh 1ມີຜູ້ຮັບບາດເຈັບຢ່າງໜ້ອຍສຸດ 16 ຄົນໃນເຫດຍິງປືນທີ່ເກີດຂຶ້ນໃນວັນທີ 12 ເມສາ
(ພາບ: Reuters)

ມີຜູ້ຮັບບາດເຈັບຢ່າງໜ້ອຍສຸດ 16 ຄົນໃນເຫດຍິງປືນທີ່ເກີດຂຶ້ນໃນວັນທີ 12 ເມສາ (ຕາມເວລາ ອາເມລິກາ) ຢູ່ສະຖານີລົດໄຟໃຕ້ດິນຖະໜົນ 36, ເມືອງ Brooklyn, ນະຄອນ ນິວຢອກ, ອາເມລິກາ. ວົງການເຈົ້າໜ້າທີ່ນະຄອນ ນິວຢອກ ໃຫ້ຮູ້ວ່າ, ມີຊາຍຄົນໜຶ່ງໃສ່ໜ້າກາກກັນພິດໄດ້ວາງລະເບີດຄວັນໃນຕູ້ລົດໄຟໃຕ້ດິນ ແລະ ຫຼັງຈາກນັ້ນຍິງປືນໃສ່ຜູ້ໂດຍສານຫຼາຍຄົນ. ສຳນັກງານຕຳຫຼວດ ນິວຢອກ ໄດ້ແຈ້ງວ່າ ຜູ້ຖືກສົງໄສຍັງບໍ່ທັນຖືກຈັບຕົວ ແລະ ພວມສືບສວນເຫດການຕາມທິດບໍ່ແມ່ນການກະທຳກໍ່ການຮ້າຍ, ແຕ່ກໍ່ອາດຈະເປັນໄປໄດ້.

        ເຫດການເກີດຂຶ້ນພາຍຫຼັງທີ່ທ່ານປະທານາທິບໍດີອາເມລິກາ Joe Biden ແຈ້ງບັນດາມາດຕະການຄວບຄຸມປືນສະບັບໃໝ່ພຽງ 2-3 ຊົ່ວໂມງ, ຕາມນັ້ນແລ້ວ ຈະຄຸມເຂັ້ມອາວຸດທີ່ຊື້ຕາມແບບຕິດຕັ້ງເອງຢູ່ເຮືອນ ແລະ ບໍ່ມີລະຫັດ series ຕິດຕາມຂອງອຳນາດການປົກຄອງລັດ, ຕາມນັ້ນແລ້ວ ຍາກທີ່ຈະຕາມລ່າຮ່ອງຮອຍຂອງຕົວການໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ