ເຂັ້ມຄົ້ນໄປດ້ວຍສີສັນຫວຽດນາມຢູ່ເວທີປາໄສໃຊ້ພາສາຝລັ່ງ- ປາຊີຟິກຄັ້ງທີ9
(ທ່ານ ຫວຽນທ້ຽບ, ເອກອັກຄະລັດຖະທູດຜູ້ຕາງໜ້າປະເທດ
ຢູ່ອົງການຈັດຕັ້ງສາກົນໃຊ້ພາສາຝລັ່ງ OIF)
(vovworld) - ເວທີປາໄສໃຊ້ພາສາຝລັ່ງ ພາກພື້ນປາຊີຟິກ ຄັ້ງທີ 9 ຖືກໄຂຂຶ້ນໃນຮຸ່ງເຊົ້າວັນທີ 03/11 (ຕາມເວລາຫວຽດນາມ) ຢູ່ນະຄອນ Noumea, New Caledonia, ປະເທດຝລັ່ງ. ເຫດການຖືກຈັດຕັ້ງປະຈຳປີ ເພື່ອແນໃສ່ໂຄສະນາບັນດາລາຍການສຶກສາຂັ້ນມະຫາວິທະຍາໄລຂອງບັນດາໂຮງຮຽນ ແລະ ສູນບຳລຸງສ້າງຂຶ້ນກັບກຸ່ມໃຊ້ພາສາຝລັ່ງ ພາກພຶື້ນອາຊີ - ປາຊີຟິກ, ພ້ອມທັງແມ່ນໂອກາດເພື່ອໃຫ້ຜູ້ຕາງໜ້າບັນດາອົງການສຶກສາພົບປະ, ເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືຜ່ານບັນດາກອງປະຊຸມສຳມະນາ, ພິເສດແມ່ນບັນດາການເຄື່ອນໄຫວວັດທະນະທຳສິລະປະທີ່ອຸດົມສົມບຸນ… ເວທີປາໄສປີນີ້ໂດຍມີການເຂົ້າຮ່ວມຂອງ 6 ປະເທດຄື: ອົດສະຕາລີ, ນິວຊີແລນ, ຍີ່ປຸ່ນ, ວານູອາຕູ, ຟີຈິ ແລະ ຫວຽດນາມ. ນີ້ແມ່ນຄັ້ງທຳອິດຫວຽດນາມ ໄດ້ຮັບການຄັດເລືອກເປັນປະເທດຫົວຂໍ້ເວທີປາໄສໃຊ້ພາສາຝລັ່ງ. ທ່ານນາງ Valerie Meunier, ຜູ້ອຳນວຍການສູນພົບປະ ແລະ ແລກປ່ຽນປາຊີຟິກ (CREIPAC), ສະມາຊິກຄະນະຈັດຕັ້ງເວທີປາໄສ ໃຫ້ຮູ້ວ່າ.
“ແຕ່ລະປີ, ເວທີປາໄສໃຊ້ພາສາຝລັ່ງ ພາກພື້ນປາຊີຟິກ ຈະຄັດເລືອກເຊີດຊູປະເທດໜຶ່ງ ແລະ ປີນີ້ແມ່ນຫວຽດນາມ, ດ້ວຍປະຊາຄົມກວ່າ 600.000 ຄົນ ເວົ້າພາສາຝລັ່ງ, ຈະແມ່ນປະເທດຫົວຂໍ້. ໃນຂອບເຂດຂອງເຫດການ, ພວກຂ້າພະເຈົ້າໄດ້ເຊີນນັກສະລະປິນ 17 ຄົນຂອງໂຮງລະຄອນຕຸກກະຕານ້ຳຫວຽດນາມ ມາສະແດງ ເພື່ອນຳມາໃຫ້ມະຫາຊົນລາຍການພິເສດ: ສິລະປະຕຸກກະຕານ້ຳ, ເຊິ່ງແມ່ນສິລະປະພື້ນເມືອງໂດຍໄດ້ຮັບການກຳເນີດຈາກສະຕະວັດທີ 12”.
ສ່ວນທ່ານ ຫວຽນທ້ຽບ, ເອກອັກຄະລັດຖະທູດຜູ້ຕາງໜ້າປະເທດ ຢູ່ອົງການຈັດຕັ້ງສາກົນໃຊ້ພາສາຝລັ່ງ OIF ໃຫ້ຮູ້ວ່າ.
“ຈຸດທີ່ເປັນເອກະລັກສະເພາະຂອງເວທີປາໄສໃຊ້ພາສາຝລັ່ງ ຄັ້ງນີ້ ແມ່ນພວກເຮົາໄດ້ແນະນຳເຖິງເພື່ອນມິດສາກົນສິລະປະການສະແດງຕຸກກະຕານ້ຳ, ຍ້ອນການສະແດງຕຸກກະຕານ້ຳແມ່ນສັນຍາລັກໃຫ້ວັດທະນະທຳຂອງເຂດທົ່ງພຽງພາກເໜືອຫວຽດນາມ”.
ເວທີປາໄສຈະດຳເນີນຮອດວັນທີ 05/11.