ເຊີດຊູຜູ້ບໍລິຈາກເລືອດ ດີເດັ່ນ 100 ຄົນ

ເຊີດຊູຜູ້ບໍລິຈາກເລືອດ ດີເດັ່ນ 100 ຄົນ - ảnh 1
​ເຊີດ​ຊູ​ຜູ້​ບໍລິຈາກ​​ເລືອດ​ດີ​ເດັ່ນຢູ່​ຮ່າ​ໂນ້ຍ
(ພາບ: hanoitv.vn)


(vovworld) –  ​ເຊີດ​ຊູ​ຜູ້​ບໍລິຈາກ​​ເລືອດ​ດີ​ເດັ່ນ 100 ຄົນ​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ສະໜັບສະໜູນ​ວັນ​ໂລກ​ເຊີດ​ຊູ​ຜູ້​ບໍລິຈາກ​ເລືອດ 14/06. ມີ​ 100 ຄົນ​ທີ່ໄດ້​ຮັບ​ການ​ເຊີດ​ຊູ​ໃນ​ວັນ​ທີ 13/06 ​​ແມ່ນແບບຢ່າງ​ດີ​ເດັ່ນ​ໃນ​ວຽກ​ງານ​ບໍລິຈາກ​ເລືອກ​ດ້ວຍ​ຄວາມ​ສະໝັກ​ໃຈ​ທີ່​ມາ​ຈາກ​​ທົ່ວ​ທຸກ​​ແຖບ​ຖິ່ນ​ຂອງ​ປະ​ເທດ. ນີ້​ເປັນ​ປີ​ທີ 8 ທີ່ຫວຽດນາມ ຈັດ​ຕັ້ງ​ພິທີ​ເຊີດ​ຊູ​ຜູ້​ບໍລິຈາກ​ເລືອດ​​ລະດັບ​ຊາດ. ສາດສະດາຈານ, ດຣ ຫງວຽນ​ແອ​ງຈິ໋, ຫົວ​ໜ້າ​ສະ​ຖາ​ບັນ​​ໂລຫິດ​ສາດ ​ແລ​ະ ສົ່ງ​ເລືອດ​ສູນ​ກາງ ​ໃຫ້​ຮູ້​ວ່າ.

        “ການຂົນຂວາຍ​ບໍລິຈາກ​ເລືອດ​ແມ່ນ​ວຽກ​ງານ​ທີ່​ຫຍຸ້ງຍາກ, ພິ​ເສດ​ແມ່ນ​ຄວາມ​ຮັບ​ຮູ້. ສະ​ນັ້ນ, ຈຳ​ເປັນຕ້ອງ​ມີ​ແບບຢ່າງ​ດີ​ເດັ່ນ, ຕ້ອງ​ຮັບ​ຮູ້, ​ເຊີດ​ຊູ​ບັນດາ​ຜູ້​ທີ່​​ໄດ້ເຂົ້າ​ຮ່ວມ​ການ​ບໍລິຈາກ​ເລືອດໂດຍ​ກົງ​ຫຼາຍ​ຄັ້ງ ​ເພື່ອ​ເປັນ​ແບບຢ່າງ. ຖ້າ​ຫາກ​ພວກ​ເຮົາ​ປະຕິບັດ​ວຽກ​ງານ​ເຊີດ​ຊູ​ເປັນ​ຢ່າງ​ດີ ​ຈະປະກອບສ່ວນຢ່າງ​ຕັ້ງໜ້າ​​​ເຂົ້າ​ໃນ​ການ​ຊຸກຍູ້​ຂະ​ບວນການ​ບໍລິຈາກ​ເລືອດ​ດ້ວຍ​ຄວາມ​ສະໝັກ​ໃຈ”.

        ​ແລະ​ກໍ່​​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ສະໜັບສະໜູນວັນ​ໂລກ​ເຊີດ​ຊູ​ຜູ້​ບໍລິຈາກ​ເລືອດ 14/06, ຢູ່​ຮ່າ​ໂນ້ຍ ຈະ​ດຳ​ເນີນ​ວັນ​ບຸນ​ບໍລິຈາກ​ເລືອດ “ລະ​ດູແລງ​ແຫ່ງ​ຄວາມ​ເມດ​ຕາ”. ​ໃນ​ໂອກາດ​ນີ້, ການ​ບໍລິຈາກ​ເລືອດ​ກໍ່​ຖືກ​ຈັດ​ຂຶ້ນຢູ່​ທ້ອງ​ຖິ່ນ​ຕ່າງໆ​​ເຊັ່ນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ