(vovworld) - ຕອນບ່າຍວັນທີ 8/1, ທີ່ ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ກະຊວງຖະແຫຼງຂ່າວ ແລະ ສື່ສານໄດ້ເຊັນໂຄງການສົມທົບກັນໃນການໂຄສະນາຂົມຂວາຍການປະຕິບັດນະໂຍບາຍພິເສດສຳລັບຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໄລຍະ 2014 – 2015.
ຕາມນັ້ນແລ້ວ, ກະຊວງຖະແຫຼງຂ່າວ ແລະ ສື່ສານເປັນເຈົ້າການສົມທົບກັບຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາອົງການການເມືອງ - ສັງຄົມ, ຊີ້ນຳ, ແນະນຳບັນດາອົງການຂ່າວສານ, ສື່ມວນຊົນ ແລະ ບັນດາອົງການສະມາຊິກໃນການໂຄສະນາ, ເຜີຍແຜ່ບັນດານະໂຍບາຍຂອງພັກ, ລັດ ແລະ ໝາກຜົນແຫ່ງການປະຕິບັດນະໂຍບາຍພິເສດສຳລັບຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ . ກະຊວງຖະແຫຼງຂ່າວ ແລະ ສື່ສານຈັດຕັ້ງລາງວັນສື່ມວນຊົນໃນທົ່ວປະເທດດ້ວຍຫົວຂໍ້ວ່າ “ບົດໜັງສືພິມທີ່ໂຄສະນາກ່ຽວກັບນະໂຍບາຍສຳລັບຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໄລຍະ 2014 – 2015” ແລະ ຈັດຕັ້ງການມອບລາງວັນໃນປີ 2015. ພ້ອມກັນນັ້ນ, ແນວໂຮມປະເທດຊາດ ຫວຽດນາມ ກໍ່ສົມທົບກັບກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມສະໜອງບັນດາເອກະສານ, ຂໍ້ມູນ ກ່ຽວກັບສະພາບການປະຕິບັດ 7 ນະໂຍບາຍສຳລັບ 7 ເປົ້າໝາຍທີ່ມີຄຸນງາມຄວາມດີ ຕໍ່ປະເທດຊາດຢ່າງຄົບຖ້ວນ.