ເຊື່ອມຕໍ່ການສະໜອງ - ຄວາມຕ້ອງການ ເພື່ອຊຸກຍູ້ການເຕີບໂຕເສດຖະກິດ

(VOVWORLD) -ທ່ານປ.ອ ຫວໍຈິແທັງ, ຫົວໜ້າສະຖາບັນຄົ້ນຄ້ວາຍຸດທະສາດ ເຄື່ອງໝາຍການຄ້າ ແລະ ແກ້ງແຍ້ງ, ຖືວ່າ ຄວາມສາມາດຄວບຄຸມໂລກລະບາດ, ການທ່ວງທັນກັບທ່າຟື້ນຟູຂອງໂລກ ພ້ອມກັບນະໂຍບາຍໜູນຊ່ວຍຂອງ ລັດຖະບານ ແລະ ບັນດາຄວາມມານະພະຍາຍາມຂອງວິສາຫະກິດ ໃນການປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງຕະຫຼາດ ຈະແມ່ນບັນດາປັດໄຈກໍ່ຜົນສະທ້ອນຕໍ່ການເຕີບໂຕໃນຊຸມເດືອນທ້າຍປີ
ເຊື່ອມຕໍ່ການສະໜອງ - ຄວາມຕ້ອງການ ເພື່ອຊຸກຍູ້ການເຕີບໂຕເສດຖະກິດ - ảnh 1ກອງປະຊຸມເຊື່ອມຕໍ່ການສະໜອງ - ຄວາມຕ້ອງການ ເພື່ອຊຸກຍູ້ການເຕີບໂຕເສດຖະກິດ
(ພາບ: congthuong.vn)

ຕອນເຊົ້າວັນທີ 5 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ສົມທົບກັບສະຖາບັນຄົ້ນຄ້ວາຍຸດທະສາດ ເຄື່ອງໝາຍການຄ້າ ແລະ ແກ້ງແຍ້ງຈັດຕັ້ງ “ກອງປະຊຸມເຊື່ອມຕໍ່ການສະໜອງ - ຄວາມຕ້ອງການ ເພື່ອຊຸກຍູ້ການເຕີບໂຕເສດຖະກິດ”. ກອງປະຊຸມເພື່ອແນໃສ່ສືບຕໍ່ຜັນຂະຫຍາຍບັນດາມາດຕະການໜູນຊ່ວຍການເຄື່ອນໄຫວຈໍລະຈອນ, ຈຳໜ່າຍຜະລິດຕະພັນສິນຄ້າແບບຍືນຍົງ, ມີປະສິດທິຜົນ ຕ້ອງມີບັນດາມາດຕະການພື້ນຖານ, ມີແບບມີແຜນທີ່ມີລັກສະນະຍາວນານ ໃຫ້ຫຼາຍກ່ວາອີກ ໃນໄລຍະຈະມາເຖິງ. ຢູ່ກອງປະຊຸມ, ບັນດານັກຊ່ຽວຊານ ກໍ່ໄຈ້ແຍກບັນດາຄວາມຫຍຸ້ງຍາກ, ຜົນຕາມມາທີ່ຮ້າຍແຮງ ເຊິ່ງພື້ນຖານເສດຖະກິດ ຫວຽດນາມ ພວມຕ້ອງປະເຊີນໜ້າ. ທ່ານປ.ອ ຫວໍຈິແທັງ, ຫົວໜ້າສະຖາບັນຄົ້ນຄ້ວາຍຸດທະສາດ ເຄື່ອງໝາຍການຄ້າ ແລະ ແກ້ງແຍ້ງ, ຖືວ່າ ຄວາມສາມາດຄວບຄຸມໂລກລະບາດ, ການທ່ວງທັນກັບທ່າຟື້ນຟູຂອງໂລກ ພ້ອມກັບນະໂຍບາຍໜູນຊ່ວຍຂອງ ລັດຖະບານ ແລະ ບັນດາຄວາມມານະພະຍາຍາມຂອງວິສາຫະກິດ ໃນການປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງຕະຫຼາດ ຈະແມ່ນບັນດາປັດໄຈກໍ່ຜົນສະທ້ອນຕໍ່ການເຕີບໂຕໃນຊຸມເດືອນທ້າຍປີ, ທ່ານໃຫ້ຮູ້ວ່າ:

ໄປຄຽງຄູ່ກັບການໜູນຊ່ວຍວິສາຫະກິດ, ບັນຫາແຮງງານ, ຄຸ້ມຄອງວິສາຫະກິດ, ຍັງມີບາງບັນຫາແມ່ນຊຸກຍູ້ການປ່ຽນແປງໃໝ່, ປະດິດຄິດສ້າງ, ປະຕິຮູບລະບອບລະບຽບການ ເຊິ່ງການປະຕິຮູບລະບອບລະບຽບການອາດຈະຜ່ານຜ່າຂອບຂະໜາດທົ່ວໄປ, ບໍ່ພຽງແຕ່ສ້າງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດໃຫ້ສົມບູນແບບເທົ່ານັ້ນ ຫາກຍັງ ແມ່ນບັນດາການດັດປັບໂດຍພື້ນຖານ ສຳລັບບາງກອບນິຕິກຳ ທີ່ກ່ຽວຂ້ອງເຖິງແຫຼ່ງກຳລັງພ້ອມກັບການປະຕິຮູບ. ພວກເຮົາຍັງສືບຕໍ່ມີທ່າເຕີບໂຕທີ່ດີ ບວກກັບການຮັກສາ ຫວຽດນາມ ແມ່ນສະຖານທີ່ອັນດູດດື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ