ເຊື່ອມ​ຕໍ່​ບັນ​ດາ​ກາ​ລະ​ໂອ​ກາດ​ຮ່ວມ​ມືທາງ​ດ້ານ Logistic ຫວຽດ​ນາມ - ອາ​ເມ​ລິ​ກາ​ໃຕ້

(VOVWORLD) -ວັນທີ 14 ທັນວາ, ກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ) ໄດ້ສົມທົບກັບບັນດາຫ້ອງການການຄ້າຫວຽດນາມ ປະຈຳ ອາເມລິກາໃຕ້, ສະຫະສະມາຄົມວິສາຫະກິດ Logistic ຫວຽດນາມ (VLA), ສະຫະສະມາຄົມເຈົ້າຂອງສິນຄ້າ ຫວຽດນາມ (VNSC) ຈັດເວທີປາໄສການພົວພັນການຄ້າທາງອອນລາຍ Logistics ຫວຽດນາມ - ອາເມລິກາໃຕ້.

ເຊື່ອມ​ຕໍ່​ບັນ​ດາ​ກາ​ລະ​ໂອ​ກາດ​ຮ່ວມ​ມືທາງ​ດ້ານ Logistic ຫວຽດ​ນາມ - ອາ​ເມ​ລິ​ກາ​ໃຕ້ - ảnh 1 ເວທີປາໄສການພົວພັນການຄ້າທາງອອນລາຍ Logistics ຫວຽດນາມ - ອາເມລິກາໃຕ້

(ພາບ: hanoimoi.com.vn)

         ເວທີປາໄສເພື່ອແນໃສ່ໜູນຊ່ວຍວິສາຫະກິດ ຫວຽດນາມ ແລະ ອາເມລິກາໃຕ້ ເຊື່ອມຕໍ່, ເປີດກ້ວາງ, ສ້າງຫຼາຍກາລະໂອກາດຮ່ວມມືດຳເນີນທຸລະກິດ ແລະ ລົງທຶນໃນຂົງເຂດ Logistic. ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ເລຮ່ວາງຕ່າຍ - ຮອງຫົວໜ້າກົມສົ່ງເສີມການຄ້າເນັ້ນໜັກວ່າ: ອາເມລິກາໃຕ້ ແມ່ນ ຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນ ໃຫ້ແກ່ບັນດາຜະລິດຕະພັນສົ່ງອອກຂອງ ຫວຽດນາມ ຄື ເຄື່ອງຕັດຫຍິບ, ເກີບໜັງ, ເຄື່ອງສິລະປະຫັດຖະກຳ, ສິນໃນນ້ຳ, ອາຫານສຳເລັດຮູບ…ເຖິງຢ່າງໃດກໍ່ຕາມ, ວົງເງິນສົ່ງອອກຂອງ ຫວຽດນາມ ໄປຍັງບາງຕະຫຼາດໃຫຍ່ຢູ່ອາເມລິກາໃຕ້ຍັງມີຂໍ້ຈຳກັດ. ໂລກລະບາດໂຄວິດ - 19 ຍິ່ງສະແດງໃຫ້ເຫັນຄວາມຂາດດູນພື້ນຖານວັດຖຸ Logistic ສ້າງສິ່ງກີດຂວາງກະແສການຄ້າຂາຍສິນຄ້າຂອງ ຫວຽດນາມ ແລະ ອາເມລິກາໃຕ້. ເພາະສະນັ້ນ, ການຮ່ວມມືລະຫວ່າງສອງຝ່າຍແມ່ນສຳຄັນທີ່ສຸດ ເພື່ອໃຫ້ວິສາຫະກິດສອງຝ່າຍນຳໃຊ້ການບໍລິການ Logistisc ໃຫ້ດີທີ່ສຸດ, ຮັບໃຊ້ໃຫ້ການເຄື່ອນໄຫວສົ່ງອອກນຳເຂົ້າໃຫ້ດີກ່ວາອີກ.

        ເພື່ອແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການສົ່ງອອກຂອງ ຫວຽດນາມ ໄປຍັງພາກພື້ນອາເມລິກາໃຕ້, ຢູ່ເວທີປາໄສບັນດານັກຊ່ຽວຊານໄດ້ແບ່ງປັນບັນດາຄວາມຫຍຸ້ງຍາກ, ຂໍ້ສະດວກເພື່ອພ້ອມກັນຊອກຫາວິທີການ, ນຳໃຊ້ແຫຼ່ງກຳລັງຂອງກັນ, ບັນດາກາລະໂອກາດໃນການຮ່ວມດຳເນີນທຸລະກິດ, ຮ່ວມສຳພັນເພື່ອຍົກອອກການບໍລິການ Logistics ທີ່ສາມາດຕອບສະໜອງ ຄຸນນະພາບການສົ່ງອອກ ນຳເຂົ້າສິນຄ້າ ລະຫວ່າງ ຫວຽດນາມ ແລະ ພາກພື້ນອາເມລິກາໃຕ້ໄດ້ຢ່າງທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ