ນັກທຸລະກິດຫວຽດນາມ ແລະ ໄທເຂົ້າຮ່ວມເວທີປາໄສ
ໃນເດືອນ 7/2015
|
(vovworld)- ຕອນເຊົ້າວັນທີ 9/10, ຫ້ອງການການຄ້າ ຫວຽດນາມ ປະຈຳໄທ ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ໄທ ແລະ ສູນພັດທະນານັກທຸລະກິດຫວຽດາມ ຈັດຕັ້ງເວທີປາໄສ “ເຊື່ອມຕໍ່ວິສາຫະກິດ ຫວຽດນາມ - ໄທ ມຸ່ງໄປເຖິງປະຊາຄົມເສດຖະກິດ ອາຊຽນ”. ນີ້ແມ່ນການເຄື່ອນໄຫວເພື່ອສະເຫລີມສະຫລອງ 20 ປີ ແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ (28/7/1995-28/7/2015), 40 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ -ໄທ ແລະ ມຸ່ງໄປເຖິງເຫດການສ້າງຕັ້ງປະຊາຄົມເສດຖະກິດ ອາຊຽນ (AEC) ໃນເດືອນ 12/2015. ເຂົ້າຮ່ວມເວທີປາໄສ ມີເອກອັກຄະລັດຖະທູດ ຫວຽດນາມ ປະຈຳໄທ ຫງວຽນເຕີດແທ່ງ ແລະ ອົງການຕ່າງໆຂອງໄທພ້ອມກັບຜູ້ຕາງຫນ້າວິສາຫະກິດສອງປະເທດເກືອບ 400 ແຫ່ງ. ກ່າວຄຳເຫັນໄຂພິທີ, ທ່ານ ຕ້າກວາງງອກ, ປະທານ ສະມາຄົມມິດຕະພາບ ຫວຽດນາມ - ໄທ ຢືນຢັນ: ນີ້ແມ່ນເຫດການສຳຄັນສຳລັບສອງປະເທດ ກໍຄືພາກພື້ນ.