ເດືອນມະນຸດສະທຳປີ 2020: ໜູນຊ່ວຍຄົນທຸກຍາກ, ເປົ້າໝາຍທີ່ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງ ບີ່ງເຟືອກ

(VOVWORLD) -  ວັນທີ 07 ພຶດສະພາ, ທີ່ພິທີປຸກລະດົມເດືອນມະນຸດສະທຳປີ 2020 ດ້ວຍຫົວຂໍ້ “ຮ່ວມແຮງຮ່ວມໃຈເພື່ອສຸຂະພາບວົງຄະນະຍາດ”, ສະພາກາແດງແຂວງ ບີ່ງເຟືອກ ໄດ້ນຳເຂົ້າເຄື່ອນໄຫວຕູ້ ATM ແຈກເຂົ້າສານອັດຕະໂນມັດຢ່າງເປັນທາງການ ແລະ ເປີດສະຫຼອງຕະຫລາດມະນຸດສະທຳ 0 (ສູນ) ດົ່ງ
ເດືອນມະນຸດສະທຳປີ 2020: ໜູນຊ່ວຍຄົນທຸກຍາກ, ເປົ້າໝາຍທີ່ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງ ບີ່ງເຟືອກ - ảnh 1 (ພາບປະກອບ / binhphuoc.gov.vn)

        ທີ່ພິທີປຸກລະດົມ, ຄະນະຈັດຕັ້ງໄດ້ມອບຕູ້ ATM ແຈກເຂົ້າສານອັດຕະໂນມັດໃຫ້ບັນດາເມືອງ ລົກນິງ, ບູໂດບ, ດົ່ງຟູ໊ ແລະ ບູຢາເມິບ. ດ້ວຍຈິດໃຈ “ທັງໝົດແມ່ນເພື່ອຜູ້ທຸກຍາກ, ຜູ້ມີຄວາມສ່ຽງຫລາຍກ່ວາໝູ່ໃນສັງຄົມ”, ໂດຍຜ່ານພິທີປຸກລະດົມ, ຄະນະຈັດຕັ້ງປາດຖະໜາວ່າ ຈະຊ່ວຍເຫຼືອໃຫ້ປະຊາຊົນ, ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ ຍ້ອນບໍ່ມີວຽກເຮັດງານທຳ, ກຸ່ມແຮງງານເສລີທີ່ປະສົບກັບຄວາມຫຍຸ້ງຍາກ, ເລ່ລ່ອນໃນບໍລິເວນແຂວງໃຫ້ໄດ້ຫລາຍທີ່ສຸດ.  ຕູ້ ATM ແຈກເຂົ້າສານ ແລະ ຕະຫລາດມະນຸດສະທຳ 0 ດົ່ງ ໄດ້ດຳເນີນແຕ່ວັນທີ 07 – 29 ພຶດສະພາ ຈຶ່ງອັດລົງ.

 

ຕອບກັບ

ຂ່າວ/ບົດ​ອື່ນ