ເບິ່ງແຍງດູແລໃຫ້ຄົນ ທຸກຍາກໃນໂອກາດ ບຸນປີໃໝ່

ເບິ່ງແຍງດູແລໃຫ້ຄົນ ທຸກຍາກໃນໂອກາດ ບຸນປີໃໝ່ - ảnh 1
(ພາບປະກອບ)

(vovworld) - ຍັງພຽງກວ່າ 2 ອາທິດ​ອີກກໍ່​ຮອດບຸນ​ປີ​ໃໝ່​ປະຈຳ​ຊາດ​ຂອງ​ຫວຽດນາມ, ທຸກ​ຂັ້ນ, ຂະ​ແໜງ​ການ, ໝູ່​ຄະນະ, ທ້ອງ​ຖິ່ນ, ວິ​ສາ​ຫະກິດ​ພວມ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄວ​ອັນ​ແທດ​ຈິງ ​ແລະ ມີ​ຄວາມ​ໝາຍ​ເພື່ອ​ເບິ່ງ​ແຍງ​ດູ​ແລບັນດາ​ຄອບຄົວ​ທຸກ​ຍາກ, ຜູ້​ມີ​ຄຸນງາມຄວາມດີ, ຜູ້​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ໂອກາດ​ບຸນປີ​ໃໝ່.

        ດ້ວຍ​ຈຸດໝາຍ​ເພື່ອ​ໃຫ້​ທຸກ​ຄອບຄົວ​ລ້ວນ​ແຕ່​ມີ​ບຸນປ​ີ​ໃໝ່, ​ແຂວງ ລາຍ​ເຈົາ ​ໄດ້​ຊີ້​ນຳ​ບັນດາ​ຫົວ​ໜ່ວຍ​ສະຖິຕິ​ບັນດາ​ຄອບຄົວທຸກ​ຍາກ, ຄອບ​ຄົວ​ອາດ​ຈະ​ຖືກ​ອຶດຫິວ​ເພື່ອ​ໃຫ້​ການ​ໜູນ​ຊ່ວຍ​ຢ່າງ​ທັນ​ການ. ທາງ​ແຂວງ​ໄດ້​ສະຫງວນ 3,9 ຕື້​ດົງ​ເພື່ອ​ໄປ​ຢື້​ຢາມ​ຖາມ​ຂ່າວ, ມອບ​ຂອງຂວັນ​ໃຫ້​ບັນດາ​ເປົ້າ​ໝາຍ, ​ໃນ​ນັ້ນ​ຂອງຂວັນ 60 ພູດ ​ແມ່ນ​ສະຫງວນ​ໃຫ້​ບັນດາ​ຄອບຄົວ​ນັກຮົບ​ທີ່​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ​ແມ່​ຫວຽດນາມ ວິລະ​ຊົນ, ທະຫານ​ເຈັບ​ປ່ວຍ​ ​ແລະ ຄອບຄົວ​ທຸກ​ຍາກ​ເກືອບ 5.000 ຄອບ​ຄົວ. ທ່ານ ລໍ່​ວັນ​ຢ່າງ, ​ເລຂາ​ຄະນະ​ພັກ​ແຂວງ ລາຍ​ເຈົາ ​ໃຫ້​ຮູ້​ວ່າ.

        “​ແຂ​ວງ​ໄດ້​ປຸກລະດົມ, ຮຽກຮ້ອງ​ບັນດາ​ໝູ່​ຄະນະ, ບຸກຄົນ​ໃນ​ແຂວງ ​ແລະ ຕ່າງ​ແຂວງ​ໜູນ​ຊ່ວຍ​ຂອງຂວັນ​ກວ່າ 4.700 ພູດ, ດ້ວຍ​ລະດັບ​ໜູນ​ຊ່ວຍ​ແຕ່ລະ​ພູດມີ​ມູນ​ຄ່າ 300.000 500.000 ດົງ ​ເພື່ອ​ເບິ່ງ​ແຍງ​ດູ​ແລ​​ໃຫ້​ແກ່​ຄອບຄົວ​ທຸກ​ຍາກ, ​ຄອບ​ຄົວໃກ້​ຈະ​ຕົກ​ຢູ່ໃນ​ມາດຖານ​ທຸກ​ຍາກ, ຄອບ​ຄົວ​ນະ​ໂຍບາຍ ​ແລະ ຜູ້​ມີ​ຄຸນງາມຄວາມດີໃນ​ໂອກາດ​ບຸນ​ປີ​ໃໝ່. ທາງ​ແຂວງ​ໄດ້​ຊີ້​ນຳ​ບັນດາ​ເມືອງ, ນະຄອນ​ກວ​ດກາ, ປະຕິບັດ​ການ​ໜູນ​ຊ່ວຍ​ໃຫ້​ບັນດາ​ຄອບຄົວ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ບໍລິ​ເວັນ​ແຂວງ, ຮັບປະກັນ​ໃຫ້ 100% ຄອບຄົວ​ທຸກ​ຍາກ, ຄອບ​ຄົວ​ນະ​ໂຍບາຍ ​ໄດ້​ຕ້ອນຮັບ​ບຸນປີ​ໃໝ່​ຢ່າງ​​ເບີກບານມ່ວນ​ຊື່ນ ​ແລະ ອົບ​ອຸ່ນ”.

        ​ໃນ​ໂອກາດ​ບຸນປີ​ໃໝ່​ນີ້, 60 ຄອບ​ຄົວ​ຢູ່​ເມືອງ ​Cu M’gar, ​ແຂວງ ດັກ​ລັກ​ ​ມີ​ເຮືອນ​ຫຼັງ​ໃໝ່​. ນີ້​​ແມ່ນ​ໝາກຜົນທີ່​ບັນລຸ​ໄດ້​ພາຍຫຼັງ 2 ປີ​​ແຫ່ງ​ການ​ຜັນ​ຂະຫຍາຍ​ຂອງ​ໂຄງການ​ສ້າງ​ກອງ​ທຶນ​ປະຢັດ 1000 ດົງ/ຄົນ/ມື້ ​​ເຊິ່ງ​​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ພະນັກງານ, ສະມາຊິກ​ພັກ, ພາລະ​ກອນ, ລັດຖະກອນ​ເມືອງ Cu M’gar ​ເພື່ອ​​ແນ​ໃສ່ກໍ່ສ້າງ​ເຮືອນ​ໃຫ້​ແກ່​ບັນດາ​ຄອບຄົວ​ນະ​ໂຍບາຍ, ຄອບຄົວ​ທຸກ​ຍາກ ​ແລະ ຄອບຄົວ​ທີ່​ປະສົບ​ກັບ​ຄວາມທຸກ​ຍາກ​ເປັນ​ພິ​ເສດ. ທ່ານ ຫງວຽນ​ເຈີ​ນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ Ea Mnang, ​ເມືອງ Cu M’gar ​ໃຫ້​ຮູ້​ວ່າ.

     “ພະນັກງານ, ລັດຖະກອນ​ແຕ່ລະຄົນ​ພຽງ​ປະຢັດ 1000 ດົງ/ມື້ ​ເທົ່າ​ນັ້ນ. ​ແຕ່​ຂ້າພະ​ເຈົ້າ​ຖື​ວ່າ ມັນ​ມີ​ຄວາມ​ໝາຍ​ອັນ​ເລິກ​ເຊິ່ງຫຼາຍ​ຢ່າງ. ມື້​ລະ 1000 ດົງ ​​ແຕ່ໄດ້​ຊ່ວຍ​ໃຫ້​ບັນດາ​ຄອບຄົວ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ປືນ​ຕົວ​ຂຶ້ນ. ຖ້າ​ຫາກ​ສືບ​ຕໍ່​​ໄດ້​ຮັບ​ການປະຕິບັດ, ​ໃນ​ອະນາຄົດ​ໃກ້ໆ​ນີ້, ການ​ດຳລົງ​ຊີວິດຂອງບັນດາ​ຄອ​ບຄົວ​ທຸກ​ຍາກ​ຈະ​ໄດ້​ຮັບ​ການ​ປົວ​ແປ່​ງ. ​ເຫັນ​ໄດ້​ຄວາມ​ໝາຍ​ດັ່ງກ່າວ, ສະ​ນັ້ນ, ພະນັກງານ, ສະມາຊິກພັກ​ແຕ່ລະຄົນ​​ໄດ້​ສະໜັບສະໜູນ​ຢ່າງ​ຕັ້ງໜ້າ”.
ຂ່າວ/ບົດ​ອື່ນ