ເປັນເຈົ້າການສູງສຸດໃນການຮັບມືກັບພາຍຸKhanun

(VOVWORLD) -ທີ່ການປະຊຸມຂ່າວດ່ວນປຶກສາຫາລືມາດຕະການຮັບມືກັບພາຍຸ Khanun ດຳເນີນໃນຕອນບ່າຍວັນທີ 14 ຕຸລາ ຢູ່ ຮ່າໂນ້ຍ, 

ທ່ານ ຫງວຽນຊວນເກື່ອງ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ - ຫົວຫນ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ ແລະ ຕ້ານໄພທຳມະຊາດ ໄດ້ຮຽກຮ້ອງບັນດາທ້ອງຖິ່ນ ເປັນເຈົ້າການສູງສຸດຮັບມືກັບພາຍຸ ແລະ ຝົນຕົກຫນັກເກີດຂຶ້ນຫລັງພາຍຸ.

ຫນ້າທີ່ຈຸດສຸມປະຈຸບັນ ແມ່ນສຸມໃສ່ຮຽກຮ້ອງເຮືອ, ກຳປັ່ນອອກຈາກເຂດອັນຕະລາຍ, ຜັນຂະຫຍາຍບັນດາວິທີການຮັບມືກັບພາຍຸ ແລະ ຝົນຕົກຫນັກເກີດຂຶ້ນຫລັງພາຍຸ. ຢູ່ແຂວງ ເທື່ອທຽນເຫ້ວ, ທ່ານ ຫງວຽນວັນກາວ ປະທານຄະນະກຳມະການປະຊາຊົນແຂວງ ໄດ້ສົ່ງໂທລະເລກດ່ວນເຖິງບັນດາອົງການກ່ຽວຂ້ອງ, ທ້ອງຖິ່ນໃນບໍລິເວນ  ຮຽກຮ້ອງຜັນຂະຫຍາຍວິທີການຮັບມືກັບພາຍຸ Khanun. ຮອດຕອນເຊົ້າວັນທີ 15 ຕຸລາ ມີເຮືອ, ກຳປັ່ນເກືອບ 700 ລຳ ຂອງຊາວປະມົງຢູ່ ແຂວງ ເທື່ອທຽນເຫ້ວ ພວມຫາປາບົນທະເລ ໄດ້ຮັບຄຳຮຽກຮ້ອງກັບຄືນຝັ່ງ. ສ່ວນຢູ່ ແຂວງ ກວ໋າງບີງ ກໍ່ໄດ້ຮຽກຮ້ອງເຮືອກຳປັ່ນກວ່າ 5000 ລຳ ດ້ວຍຄົນງານເກືອບ 15.000 ຄົນໄດ້ກັບຄືນຝັ່ງແລ້ວ.  ທ່ານ ຫງວຽນງອກຟຸ້ງ, ຫົວຫນ້າ ພະແນກຊົນນະປະທານ, ຫົວຫນ້າຫ້ອງການຄະນະຊີ້ນຳການປ້ອງກັນ ແລະ ຕ້ານໄພທຳມະຊາດ ແລະ ຊອກຫາກູ້ໄພກູ້ຊີບ ແຂວງ ກວ໋າງບີງ ໃຫ້ຮູ້ວ່າ: ບັນດາຄະນະ, ຂະແຫນງການ ແລະ ຫົວຫນ່ວນຕ່າງໆໃນທົ່ວແຂວງ ພວມເປັນເຈົ້າການໃນການຮັບມືກັບພາຍຸ Khanun, ຍົກຍ້າຍປະຊາຊົນອອກຈາກເຂດອັນຕະລາຍ, ຮັບປະກັນກ່ຽວກັບຊີວິດອີນຊີ ແລະ ຊັບສິນໃຫ້ແກ່ປະຊາຊົນ. 

ຕອບກັບ

ຂ່າວ/ບົດ​ອື່ນ