ເພີ່ມທະວີການພົວພັນທີ່ເປັນມູນເຊື້ອ ຫວຽດນາມ - ມາລົກ

(VOVWORLD) - ທ່ານປະທານສະພາຕ່ຳ Habib El Malki ຫວັງວ່າ: ໄລຍະຈະມາເຖິງ 2 ປະເທດສືບຕໍ່ຊຸກຍູ້ການເຄື່ອນໄຫວຮ່ວມມືລົງທຶນໃນບັນດາຂົງເຂດເຊິ່ງ ມາລົກ
ເພີ່ມທະວີການພົວພັນທີ່ເປັນມູນເຊື້ອ ຫວຽດນາມ - ມາລົກ - ảnh 1ທ່ານ ປະທານສະພາຕ່ຳ Habib El Malki ແລະ ທ່ານປະທານປະເທດ ເຈີ່ນດ້າຍກວາງ 

ຕອນບ່າຍວັນທີ 18 ທັນວາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຕ້ອນຮັບທ່ານ Habib El Malki, ປະທານສະພາຕ່ຳ ລາຊະອານາຈັກ ມາລົກ ພວມມີການ ຢ້ຽມຢາມ ຫວຽດນາມ ຕາມ ຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ.

        ທ່ານປະທານປະເທດ ເຈີ່ນດ້າຍກວາງ ຊົມເຊີຍໝາກຜົນຂອງການເຈລະຈາລະຫວ່າງປະທານສະພາຕ່ຳ Habib El Malki ແລະ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ການລົງນາມໃນເອກະສານຮ່ວມມືຂອງສະພາແຫ່ງຊາດ 2 ປະເທດ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ ການຢ້ຽມຢາມຂອງຄະນະແມ່ນຂີດໝາຍສຳຄັນເປີດການພົວພັນຮ່ວມມືໃໝ່ລະຫວ່າງລັດຖະສະພາ 2 ປະເທດ ແລະ ເພີ່ມທະວີການພົວພັນທີ່ເປັນມູນເຊື້ອ ຫວຽດນາມ ແລະ ມາລົກ; ທ່ານປະທານປະເທດ ເຈີ່ນດ້າຍກວາງ ຫວັງວ່າ 2 ປະເທດສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສສາກົນ, ພິເສດແມ່ນຢູ່ ສປຊ.

        ສ່ວນທ່ານປະທານສະພາຕ່ຳ Habib El Malki ໃຫ້ຮູ້ວ່າ: ມາລົກ ຖືເປັນສຳຄັນການພົວພັນຮ່ວມມືລະຫວ່າງ ມາລົກ ແລະ ຫວຽດນາມ. ທ່ານປະທານສະພາຕ່ຳ Habib El Malki ຫວັງວ່າ: ໄລຍະຈະມາເຖິງ 2 ປະເທດສືບຕໍ່ຊຸກຍູ້ການເຄື່ອນໄຫວຮ່ວມມືລົງທຶນໃນບັນດາຂົງເຂດເຊິ່ງ ມາລົກ ມີທ່າແຮງຄື: ເຕັກໂນໂລຢີຂໍ້ມູນຂ່າວສານ, ປຸງແຕ່ງຜະລິດຕະພັນກະເສດ ແລະ ພະລັງງານຜະລິດຄືນໃໝ່… ພ້ອມກັນນັ້ນ, 2 ຝ່າຍສືບຕໍ່ຊອກຫາບັນດາມາດຕະການເພື່ອຊຸກຍູ້ການຮ່ວມມື 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ