ເພີ່ມທະວີການພົວພັນມິດຕະພາບ, ຄູ່ຮ່ວມມື ຍຸດທະສາດຫວຽດນາມ - ອິນເດຍ

ເພີ່ມທະວີການພົວພັນມິດຕະພາບ, ຄູ່ຮ່ວມມື ຍຸດທະສາດຫວຽດນາມ - ອິນເດຍ - ảnh 1
ທ່ານ​ລັດຖະມົນຕີ​ກະຊວງ​ຕຳຫຼວດ​ຫວຽດນາມ ​ເຈີ​ນດ້າຍ​ກວາງ
​ພົບ​ປະ​ເຈລະຈາ​ກັບລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອິນ​ເດຍ
(ພາບ: cand.com.vn)


(vovworld) – ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ສ.ອິນ​ເດຍ, ຕອນ​ເຊົ້າ​ວັນ​ທີ 29 ຕຸລາ, ທ່ານ​ລັດຖະມົນຕີ​ກະຊວງ​ຕຳຫຼວດ​ຫວຽດນາມ ​ເຈີ​ນດ້າຍ​ກວາງ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອິນ​ເດຍ Salman Khursid. ທ່ານ ລັດຖະມົນຕີ Salman Khursid ປາດ​ຖະໜາ​ຢາກ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ຜະລິດ​ຊອບ​ແວ, ຮັບປະກັນ​ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​ດ້ານ​ຂໍ້​ມູນ, ທະນາຄານ... ​ນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຫວຽດນາມ - ອິນ​ເດຍ ​ໃຫ້​ນັບ​ມື້​ນັບ​ພັດທະນາ​ ​ຢ່າງ​ເລິດ​ເຊິ່ງ ​ແລະ ກວ້າງຂວາງ.

        ສ່ວນ​ທ່ານ​ລັດຖະມົນຕີ ​ເຈີ​ນດ້າຍ​ກວາງ ຢືນຢັນ​ວ່າ, ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ ​ໄດ້​ຕີ​ລາ​ຄາ​ສູງ​ນະ​ໂຍບາຍມຸ່ງ​ໄປ​ສູ່​ທິດຕາ​ເວັນ​ອອກ ​ໃນ​ໄລຍະ​ໃໝ່​ຂອງ​ອິນ​ເດຍ, ​ໃນ​ນັ້ນ​ຖື​ອາ​ຊຽນ ​ແມ່ນ​ເສົ້າ​ຄ້ຳສຳຄັນ​ພິ​ເສດ, ສະໜັບສະໜູນ​ບົດບາດ​ໃຈກາງ​ຂອງ​ອາ​ຊຽນ ຢ່າງ​ແຮງ. ບົນ​ຈິດ​ໃຈ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ກັບ​ອິນ​ເດຍ ​ແລະ ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​​ໃຫ້​ລັດຖະບານ ​ແລະ ບັນດາ​ວິ​ສາ​ຫະກິດ​ອິນ​ເດຍ ລົງທຶນ​ເຂົ້າ​ຫວຽດນາມ.

ຂ່າວ/ບົດ​ອື່ນ