ເພີ່ມທະວີການຮ່ວມມືດ້ານການທະຫານລະຫວ່າງຫວຽດນາມ - ສິງກະໂປ

ເພີ່ມທະວີການຮ່ວມມືດ້ານການທະຫານລະຫວ່າງຫວຽດນາມ - ສິງກະໂປ - ảnh 1
ພົນ​ໂທ ​ໂດ້ບ໋າ​ຕິ້​ ແລະ ພົນ​ຕີ Ng Chee Meng
(ພາບ: TTXVN)


(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ພົນ​ຕີ Ng Chee Meng, ຜູ້​ບັນຊາ​ການ​ກຳລັງ​ປ້ອງ​ກັນ​ປະ​ເທດສິງກະ​​ໂປ, ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ​ກອງທັບ​ປະຊາຊົນ​ຫວຽດນາມ ​ໂດຍ​ພົນ​ໂທ ​ໂດ້ບ໋າ​ຕິ້, ກຳມະການ​ສູນ​ກາງ​ພັກ, ​ເສນາ​ທິການ​​ໃຫຍ່, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດນຳ​ໜ້າ, ​ໄດ້​ໄປ​ຢ້ຽມຢາມມິດຕະພາບ ສິງກະ​ໂປ ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ວັນ​ທີ 12 – 15/11.

        ທີ່​ການ​ພົບ​ປະ​ເຈລະຈາ, ວັນ​ທີ 13/11, ​ພົນ​ຕີ Ng Chee Meng ​ແລະ ​ພົນ​ໂທ ​ໂດ້ບ໋າ​ຕິ້ ​ໄດ້​ເປັນ​ເອກະ​ພາບ​ນຳກັນ​ກ່ຽວ​ກັບ​ທິດ​ທາງ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ ​ເພື່ອ​​ແນ​ໃສ່​ຊຸກຍູ້​ການ​ປະຕິ​ບັດບັນດາ​​ເນື້ອ​ໃນ​ສັນຍາ​ກ່ຽວ​ກັບ​ການ​ຮ່ວມ​ມືດ້ານ​ປ້ອງ​ກັນຊາ​ດ ​2 ຝ່າຍໃນ​ໄລຍະ​ຈະ​ມາ​ເຖິງ​ເປັນ​ຢ່າງ​ດີ, ​​ເຊິ່ງ​ສຸມ​​ໃສ່ບັນດາ​ຂົງ​ເຂດ​ຄື: ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ ​ແລະ ພົບ​ປະ​ແລກປ່ຽນ​ນາຍ​ທະຫານ​ໜຸ່ມ; ສືບ​ຕໍ່​ຮູ້​ແຮງ​ການຮ່ວມ​ມື​ໃນ​ຂົງ​ເຂດ​ບຳລຸງ​ສ້າງ​ຕາມ​ທິດ​ເພີ່ມ​ຈຳນວນ​ເພື່ອ​ສະກັດ ​ແລະ ​ເປີດ​ກວາງ​ຂະ​ແໜງ​ບຳລຸງ​ສ້າງ; ​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ, ຕັ້ງ​ໜ້າໜູນ​ຊ່ວຍ ​ແລະ ​ເຂົ້າ​ຮ່ວມ​ບັນດາ​ເຫດການ​ພົບ​ປະ​ແລກປ່ຽນ​ດ້ານ​ການ​ທະຫານ​ຫຼາຍ​ຝ່າຍ​ຊຶ່ງ​ແຕ່ລະ​ຝ່າຍ​ເປັນ​ເຈົ້າພາບ​ຈັດ​ຕັ້ງ…

ຂ່າວ/ບົດ​ອື່ນ