ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ ແລະ ໂປໂລຍ ກວ່າອີກ

(VOVWORLD) -ຕອນບ່າຍວັນທີ 28 ພະຈິກ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານປະທານາທິບໍດີໂປໂລຍ Andrzej Duda ພວມຢ້ຽມຢາມຫວຽດນາມ.
ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ ແລະ ໂປໂລຍ ກວ່າອີກ - ảnh 1 (ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ ຕ້ອນຮັບທ່ານປະທານາທິບໍດີໂປໂລຍ Andrzej Duda)

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢືນຢັນວ່າ, ຍາມໃດຫວຽດນາມ ກໍຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ໂປໂລຍ ກໍ່ຄືທີ່ຕັ້ງ, ບົດບາດຄືໃນປະຈຸບັນຂອງ ໂບໂລຍ ຢູ່ເອີລົບ; ຕີລາຄາສູງເລື່ອງ ໂປໂລຍ ໄດ້ຕັ້ງໜ້າໜູນຊ່ວຍ ແລະ ຮ່ວມມືຢ່າງແທດຈິງກັບຫວຽດນາມ ໃນໄລຍະຜ່ານມາ, ກໍຄືສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ ໂປໂລຍ. ທ່ານເລຂາທິການໃຫຍ່ ເຫັນດີສະໜັບສະໜູນເລື່ອງເພີ່ມທະວີການພົວພັນລະຫວ່າງ 2 ລັດ ແລະ ປະຊາຊົນ 2 ປະເທດກວ່າອີກ ແລະ ຍູ້ແຮງການຮ່ວມມືໃນທຸກຂົງເຂດທີ່ເໝາະສົມກັບທ່າແຮງ ແລະ ຄວາມຕ້ອງການຂອງ 2 ຝ່າຍຄື: ຂຸດຄົ້ນຊັບພະຍາກອນໂລຫະ, ປົກປັກຮັກສາສິ່ງແວດລ້ອມ, ກະສິກຳ, ປຸ້ງແຕ່ງທັນຍາຫານ…

        ສ່ວນທ່ານປະທານາທິບໍດີ Andrzej Duda ຢືນຢັນວ່າ, ໂປໂລຍ ຈະມານະພະຍາຍາມຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງຮ່ວມມືທີ່ໄດ້ຮັບການລົງນາມລະຫວ່າງ 2 ປະເທດໃນບັນດາຂົງເຂດຄື: ເສດຖະກິດ, ການສຶກສາ - ບຳລຸງສ້າງ, ກະສິກຳ…

ຕອບກັບ

ຂ່າວ/ບົດ​ອື່ນ