ເພີ່ມທະວີການຮ່ວມມືລະຫວ່າງອົງການກວດສອບບັນຊີ ຫວຽດນາມ ແລະ ມ້ຽນມ້າ

ເພີ່ມທະວີການຮ່ວມມືລະຫວ່າງອົງການກວດສອບບັນຊີ ຫວຽດນາມ ແລະ ມ້ຽນມ້າ - ảnh 1
( ພາບປະກອບ)
( vovworld.vn )   ຕອນ​ບ່າຍ​ວັນ​ທີ 7 ກຸມພາ ຢູ່ ຮ່າ​ໂນ້ຍ, ອົງການ​ກອດ​ສອບ​ບັນຊີ​ແຫ່ງ​ລັດ ຫວຽດນາມ ​ແລະ ອົງການ​ກວດ​ສອບ​ບັນຊີ​ແຫ່ງ​ລັດ​ສະຫະພາບ ມ້ຽນ​ມ້າ ​ໄດ້​ມີ​ການ​ເຮັດ​ວຽກ​ຮ່ວມ​ກັນ​ເພື່ອ​ແນ​ໃສ່​ແບ່ງປັນ​ບັນດາ​ບົດຮຽນ​ດ້ານ​ວິຊາ​ສະ​ເພາະ​ລະຫວ່າງ​ອົງການ​ກວດ​ສອບ​ບັນຊີຂອງ 2 ​ປະເທດ. ທີ່​ການ​ເຮັດ​ວຽກ, ຫົວໜ້າ​ອົງການກວດ​ສອບ​ບັນຊີ​ແຫ່ງ​ລັດ ຫວຽດນາມ​ ທ່ານ ດິງຕ໋ຽນຢຸງ ປາດ​ຖະໜາ​ວ່າ, ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງອົງການ​ກວດ​ສອບ​ບັນຊີ​ແຫ່ງ​ລັດ​ສະຫະພາບ ມ້ຽນ​ມ້າ ຈະ​ແບ່ງປັນ​ບັນດາ​ບົດຮຽນ​ໃນ​ການ​ດຳ​ເນີນການກວດ​ສອບ​ບັນຊີ​ການ​ເຄື່ອນ​ໄຫວ, ກວດ​ສອບ​ບັນຊີ​ວຽກງານ​ຄຸ້ມ​ຄອງ, ນຳ​ໃຊ້​ທີ່​ດິນ, ຊັບພະ​ຍາກ​ອນ​ແຮ່​ທາດ … 2 ຝ່າຍ​ກໍ່​ເຫັນ​ດີ​ເພີ່ມ​ທະວີ​ການ​ສະໜອງ​ບັນດາຂໍ້​ມູນ​ຂ່າວ​, ບົດຮຽນ​ທີ່ກ່ຽວ​ຂ້ອງ​ເຖິງ​ວິຊາ​ການ​ກວດ​ສອບ​ບັນຊີເພື່ອ​ພ້ອມ​ກັນ​ຍົກ​ສູງ​ຄວາມ​ສາມາດ​ຂອງ​ແຕ່ລະ​ຝ່າຍ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ​ແບ່ງປັນ​ຄວາມ​ຮູ້​ຜ່ານ​ກອງ​ປະຊຸມ, ກອງ​ປະຊຸມ​ສຳ​ມະ​ນາ​ຮ່ວມກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ກວດ​ສອບ​ບັນຊີ. 2 ຝ່າຍ​ຈະ​ສືບ​ຕໍ່​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນໃນ​ເວ​ທີ​ປາ​​ໄສ​ຫຼາຍ​ຝ່າຍ, ພິ​ເສດ​ໃນ​ຂອບ​ເຂດ​​ບັນດາ​ອົງການ​ກວດ​ສອບ​ບັນຊີ​ສູງ​ສຸດ​ໃນ​ພາກ​ພື້ນ​ອາຊີຕາ​ເວັນ​ອອກສຽງ​ໃຕ້ ( ອາ​ຊຽນ SAI ) ​ເພື່ອ​ຊ່ວຍ ອາ​ຊຽນ SAI ​ໃຫ້ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ.
ຂ່າວ/ບົດ​ອື່ນ