ເພີ່ມທະວີການຮ່ວມມືສາກົນກ່ຽວກັບການຄຸ້ມຄອງຊັບພະຍາກອນນ້ຳແບບສັງລວມ

(VOVWORLD) -ຕອນບ່າຍ ວັນທີ 24 ທັນວາ ຢູ່ ນະຄອນຫຼວງ ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມສະຫຼຸບວຽກງານ ປີ 2019 ແລະ ແຜນການວຽກງານປີ 2020 ຂອງຫ້ອງການປະຈຳການຄະນະກຳມະການແມ່ນ້ຳຂອງ ຫວຽດນາມ. 
ເພີ່ມທະວີການຮ່ວມມືສາກົນກ່ຽວກັບການຄຸ້ມຄອງຊັບພະຍາກອນນ້ຳແບບສັງລວມ - ảnh 1 ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ເລກົງແທັ່ງ (ພາບ:baotainguyenmoitruong.vn)

ນະທີ່ນີ້, ຜູ້ຕາງໜ້າບັນດາຫົວໜ່ວຍໄດ້ສະເໜີແຜນການຜັນຂະຫຍາຍທິດທາງໜ້າທີ່ ປີ 2020, ໃນນັ້ນສຸມໃສ່ປະຕິບັດບັນດາໜ້າທີ່ຈຸດສຸມຂອງ ຄະນະກຳມະການແມ່ນ້ຳຂອງ ຫວຽດນາມ, ສືບຕໍ່ເພີ່ມທະວີຖານຂໍ້ມູນຂອງຄະນະກຳມະການແມ່ນ້ຳ ຂອງຫວຽດນາມ, ຮັກສາ ແລະ ຂຸດຄົ້ນບັນດາຊ່ອງຂໍ້ມູນຂ່າວສານສອງສົ້ນລະຫວ່າງຫ້ອງການຊາວໜຸ່ມໃຫ້ມີປະສິດທິຜົນ. ທ່ານ ຮອງລັດຖະມົນຕີກະຊວງຊັບພະຍາກອນ  ແລະ ສິ່ງແວດລ້ອມຫວຽດນາມ ເລກົງແທ່ງ ເນັ້ນໜັກວ່າ: ປີ 2020, ຫ້ອງການຄວນສືບຕໍ່ຜັນຂະຫຍາຍການເຄື່ອນໄຫວການຮ່ວມມືໃນຄະນະກຳມະການແມນ້ຳຂອງສາກົນ, ແລກປ່ຽນເຊື່ອມຕໍ່ຂໍ້ມຸນຂ່າວສານກັບບັນດາກຳມະການໃນຄະນະກຳມະການແມ່ນ້ຳຂອງຫວຽດນາມ ຜ່ານເຄືອຂ່າຍອົງການຊ່ວຍວຽກ, ແບ່ງປັນບົດຮຽນກັບບັນດາອ່າງແມ່ນ້ຳສາກົນອື່ນ ກ່ຽວກັບການຄຸ້ມຄອງຊັບພະຍາກອນນ້ຳແບບສັງລວມ ແລະ ຄຸ້ມຄອງອ່າງແມ່ນ້ຳໃຫ້ແກ່ກຳມະການຄະນະກຳມະການ.

ຕອບກັບ

ຂ່າວ/ບົດ​ອື່ນ