|
(vovworld) – ຕອນບ່າຍວັນທີ 17/6, ຢູ່ຮ່າໂນ້ຍ, ສູນກາງສະຫະພັນແມ່ຍິງ ຫວຽດນາມ ໄດ້ຈັດຕັ້ງງານພົບປະສັງສັນບັນດາຫົວໜ້າຜູ້ຕາງໜ້າອົງການການທູດ ຫວຽດນາມ ຢູ່ຕ່າງປະເທດອາຍຸການ 2015 – 2018. ເຂົ້າຮ່ວມງານພົບປະຄັ້ງນີ້ມີທ່ານນາງ ຫງວຽນທິແທງຮ່ວາ, ປະທານສະຫະພັນແມ່ຍິງ ຫວຽດນາມ, ທ່ານ ດັ້ງມິງຄອຍ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສປ ຈີນ ພ້ອມກັບບັນດາເອກອັກຄະລັດຖະທູດ, ຫົວໜ້າສະຖານກົງສູນໃຫຍ່ງ ຫວຽດນາມ ຢູ່ຕ່າງປະເທດອາຍຸການ 2015 – 2018. ທີ່ການພົບປະ, ທ່ານນາງປະທານສະຫະພັນແມ່ຍິງ ຫງວຽນທິແທງຮ່ວາ ຫວັງວ່າບັນດາຫົວໜ້າຜູ້ຕາງໜ້າ ຫວຽດນາມ ເມື່ອປະຕິບັດໜ້າທີ່ການທູດຢູ່ຕ່າງປະເທດຈົ່ງເປັນເຈົ້າການ, ຕັ້ງໜ້າໂຄສະນາ, ແນະນຳກ່ຽວກັບພາບພົດແມ່ຍິງ ຫວຽດນາມ, ກ່ຽວກັບສະຫະພັນແມ່ຍິງ ຫວຽດນາມ ແລະ ບັນດາການເຄື່ອນໄຫວຂອງແມ່ຍິງ ຫວຽດນາມ ອອກສູ່ໂລກ, ເຊື່ອມຕໍ່ຄູ່ຮ່ວມມື, ເປີດກ້ວາງກາລະໂອກາດຮ່ວມມື, ຂົນຂວາຍແຫຼ່ງກຳລັງໃຫ້ຂະບວນການແມ່ຍິງ ແລະ ການເຄື່ອນໄຫວຂອງສະຫະພັນ, ປະຕິບັດບັນດາການເຄື່ອນໄຫວພົວພັນແລກປ່ຽນ, ມຸ່ງໄປເຖິງການເຊັນຂໍ້ຕົກລົງຮ່ວມມື.
ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ດັ້ງມິງຄອຍ ຈະເປັນເສນາທິການ, ສະເໜີຕໍ່ລັດຖະບານເພີ່ມທະວີວຽກງານຮ່ວມມືກັບສາກົນ, ຈັດງານພົບປະແລກປ່ຽນມິດຕະພາບລະຫວ່າງສະຫະພັນແມ່ຍິງ ຫວຽດນາມ ກັບປະເທດຕ່າງໆ, ສົມທົບວຽກງານຂອງສະຫະພັນແມ່ຍິງ ຫວຽດນາມ ໃນບັນດາການເຄື່ອນໄຫວການທູດກັບບັນດາປະເທດເຊິ່ງ ຫວຽດນາມ ມີການພົວພັນ, ເພີ່ມທະວີການໂຄສະນາພາບພົດຂອງແມ່ຍິງ ຫວຽດນາມ ອອກສູ່ໂລກຜ່ານບັນດາເຫດການ, ງານວາງສະແດງ, ກອງປະຊຸມສຳມະນາ, ກອງປະຊຸມ.