ເພີ່ມທະວີບັນດາໂຄງການຮ່ວມມືລະຫວ່າງຫວຽດນາມ - ຝລັ່ງ

(VOVWORLD) -ການຮ່ວມມືລະຫວ່າງຝລັ່ງ ແລະ ຫວຽດນາມ ຍັງສືບຕໍ່ດຳເນີນໄປຢ່າງຕັ້ງໜ້ານັບຈາກຂົງເຂດວັດທະນະທຳ, ການສຶກສາ, ສາທາລະນະສຸກ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ ຕະຫຼອດຮອດເສດຖະກິດ.
ເພີ່ມທະວີບັນດາໂຄງການຮ່ວມມືລະຫວ່າງຫວຽດນາມ - ຝລັ່ງ - ảnh 1(ທ່ານເອກອັກຄະລັດຖະທູດຝລັ່ງ ປະຈຳຫວຽດນາມ Nicolas Warnery)

ເຖິງວ່າຖືກຜົນສະທ້ອນຈາກວິກິດການໂລກລະບາດໂຄວິດ-19 ກໍ່ຕາມ, ແຕ່ການຮ່ວມມືລະຫວ່າງຝລັ່ງ ແລະ ຫວຽດນາມ ຍັງສືບຕໍ່ດຳເນີນໄປຢ່າງຕັ້ງໜ້ານັບຈາກຂົງເຂດວັດທະນະທຳ, ການສຶກສາ, ສາທາລະນະສຸກ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ ຕະຫຼອດຮອດເສດຖະກິດ. ນີ້ແມ່ນຄຳຢືນຢັນຂອງທ່ານເອກອັກຄະລັດຖະທູດຝລັ່ງ ປະຈຳຫວຽດນາມ Nicolas Warnery ເມື່ອຕອບສຳພາດຕໍ່ນັກຂ່າວ VOV ເນື່ອງໃນໂອກາດສະເຫຼີມສະຫຼອງ 232 ປີແຫ່ງວັນຊາດສ.ຝລັ່ງ (14 ກໍລະກົດ 1789 – 14 ກໍລະກົດ 2021).

        ແບ່ງປັນຂໍ້ມູນກ່ຽວກັບບັນດາໂຄງການສຳຄັນເຊິ່ງ 2 ປະເທດພວມດຳເນີນ, ທ່ານເອກອັກຄະລັດຖະທູດ Nicolas Warnery ໃຫ້ຮູ້ວ່າ:

        “ໂຄງກາຍຍຸດທະສາດ ແລະ ພົ້ນເດັ່ນທີ່ສຸດແມ່ນລົດໄຟຟ້າໃຕ້ດິນ ຮ່າໂນ້ຍ. ໂຄງການທີ 2 ກໍ່ມີຄວາມສຳຄັນຍິ່ງ, ເຊິ່ງໄດ້ນຳເຂົ້າໃຊ້ການນັບແຕ່ເດືອນ ມັງກອນ 2021 ແລ້ວ ນັ້ນແມ່ນທ່າກ່ຳປັ່ນນ້ຳເລິກ ກ໊າຍແມັບ, ແຂວງ ບ່າເຣ້ຍ - ວູ້ງເຕົ່າ. ມີຂົງເຂດອື່ນກໍ່ມີຄວາມຫວັງຫຼາຍຢ່າງ, ນັ້ນແມ່ນການລ້ຽງປູກສິນໃນນ້ຳ. ປະຈຸບັນ ຝລັ່ງ ພວມອຸປະຖຳການຄົ້ນຄວ້າຫຼາຍຢ່າງໂດຍກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ປະຕິບັດ ເພື່ອພັດທະນາແຫຼ່ງຊັບພະນາກອນກະສິກຳນີ້. ຂົງເຂດສຸດທ້າຍແມ່ນການບໍລິຫານເອເລັກໂຕນິກ.”

        ທ່ານເອກອັກຄະລັດຖະທູດ Nicolas Warnery ໃຫ້ຮູ້ວ່າ, ຮອດທ້າຍປີນີ້, ຄາດວ່າ ຝລັ່ງ ຈະປະຕິບັດບາງໂຄງການຮ່ວມມືອື່ນຄື: ກໍ່ສ້າງລົດໄຟຟ້າໃຕ້ດິນ ຮ່າໂນ້ຍ; ຈັດຕັ້ງພິທີສະເຫຼີມສະຫຼອງ 30 ປີແຫ່ງວັນຮ່ວມມືດ້ານປ້ອງກັນຊາດລະຫວ່າງຝລັ່ງ - ຫວຽດນາມ…

ຕອບກັບ

ຂ່າວ/ບົດ​ອື່ນ