ເລຂາຄະນະພັກນະຄອນຮ່າໂນ້ຍຟ້າມກວາງງີ້ຢ້ຽມຢາມອາເມລິກາຢ່າງເປັນທາງການ

ເລຂາຄະນະພັກນະຄອນຮ່າໂນ້ຍຟ້າມກວາງງີ້ຢ້ຽມຢາມອາເມລິກາຢ່າງເປັນທາງການ - ảnh 1
ຄະນະມີການເຮັດວຽກກັບ ສະຖາບັນປະຊາທິປະໄຕແຫ່ງຊາດ ແລະ ສະຖາບັນສາທາລະນະສາກົນ

(​vovworld) – ທ່ານ​​​​ເລຂາ​ຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍຟ້າ​ມກວາງ​ງີ້ ​ໄດ້​​ໄປຢ້ຽມຢາມ​ອາ​ເມ​ລິ​ກາ​ຢ່າງ​ເປັນ​ທາງ​ການ, ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ຢູ່​ນະຄອນຫຼວງ ວໍ​ຊິງ​ຕັນ ດີ​ຊີ, ທ່ານ​ເລຂາຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ ຟ້າ​ມກວາງ​ງີ້ ຢືນຢັນ​ວ່າພັກ ​ແລະ ລັດ ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກັບ ອາ​ເມ​ລິ​ກາ ​ໃນ​ຂົງ​ເຂດ​ຄູ່​ຮ່ວມ​ມື​ຮອບດ້ານ​ຢ່າງ​ບໍ່​ຢຸດ​ຢັ້ງ​ຕາມ​ຈິ​ດ​ໃຈ​ຖະ​ແຫຼ​ງການ​ລວມ​ເດືອນ 7/2013 ລະຫວ່າງ​ປະທານ​ປະ​ເທດ ​ເຈື່ອງ​ເຕິ້ນຊາງ ​ແລະ ປະທານາທິບໍດີ Barack Obama. ທ່ານ ຟ້າ​ມກວາງ​ຫງີ້ ​ໄດ້​ຊີ້​​ໃຫ້​ເຫັນຄວາມ​ສຳຄັນ​ຂອງ​ການ​ເພີ່ມ​ທະວີ​ແລກປ່ຽນ​ບັນດາ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ​ເປັນ​ຕົ້ນ​ແມ່ນ ​ໃນ​ປີ 2015,​​ເມື່ອ 2 ປະ​ເທດ​​ສະ​ເຫຼີ​ມສະຫຼອງ 20 ປີ ​ແຫ່ງ​ການ​ສ້າງການ​ພົວພັນ​ເປັນ​ປົກກະຕິ. ທ່ານ ຟ້າ​ມກວາງ​ງີ້ ສະ​ເໜີ​ໃຫ້ ອາ​ເມ​ລິ​ກາ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ອຳ​ນວຍຄວາມ​ສະດວກ, ​ເປີດ​ປະຕູ​ຕະຫຼາດ​ໃຫ້ສິນຄ້າ ຫວຽດນາມ, ສະກັດ​ກັ້ນ​ບັນດາ​ຮົ້ວ​ກີດຂວາງ​ການ​ຄ້າ, ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ເຂົ້າມາລົງທຶນ​ຢູ່ ຫວຽດນາມ, ຮອງຮັບ​ຕໍ່ກົດ​ລະບຽບ​​ເສດຖະກິດ​ການ​ຕະຫຼາດ​ຂອງ ຫວຽດນາມ, ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ ຫວຽດນາມ ​​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ. ທ່ານ​ເລຂາ​ຄະນະ​ພັກ​ນະຄອນ ຟ້າ​ມກວາງ​ງີ້ ​ຢືນຢັນ​ວ່າ: ຫວຽດນາມ ຊົມ​ເຊີຍ ອາ​ເມ​ລິ​ກາ ​ເພີ່​ມທະວີ​ການ​ຮ່ວມ​ມື​ກັບ ອາຊີ - ປາຊີ​ຟີ​ກ ​ເພື່ອ​ສັນຕິພາບ, ສະຖຽນລະ​ພາບ ​ແລະ ຄວາມ​ວັ​ດທະນາ​ຖາວອນ​ຢູ່​ພາກ​ພື້ນ.

    ອາ​ເມ​ລິ​ກາ ຢືນຢັນວ່າ​ຈະສືບ​ຕໍ່​ຖື​​ພາກ​ພື້ນ ອາຊີ - ປາຊີ​ຟິກ ເປັນ​ສຳຄັນ​​ໃນ​ຍຸດ​ທະ​ສາດ​ລວມຂອງ ອາ​ເມ​ລິ​ກາ, ​ເນັ້ນ​ໜັກ​ຄວາມ​ຕັດສິນ​ໃຈ​ຍູ້​ໄວ​ວິວັດທະນາ​ການ​ເຈລະຈາ​ເພື່ອ​​ສ້າ​ງສຳ​ເລັດ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ ປາຊີ​ຟິກ (TPP) ​ໃນ​ປີ 2014, ອາ​ເມ​ລິ​ກາ ສະ​ແດງ​ຄວາມ​ວິຕົກ​ວັງ​ວົນ​ຕໍ່​ສະພາບ​ຄວາມ​ເຄັ່ງ​ຕຶງ​ໃນ​ໄລຍະ​ມໍ່ໆ​ມາ​ນີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ, ພິ​ເສດ​ແມ່ນ​ເລື່ອງ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາ​ງ 981 ຢ່າງຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ ຫວຽດນາມ, ພ້ອມ​ທັງ​ຕີ​ລາຄາ​ສູງ​ບັນດາ​ມາດ​ຕະການ​ຕໍ່​ສູ້​ສັນຕິພາບ​ເຊິ່ງ ຫວຽດນາມ ​ທີ່​ຫາ​ກໍ່ໄດ້​ປະຕິບັດ, ປະກອບ​ສ່ວນ​ຮັກສາສະພາບແວ​ດລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ​ກໍ່​ຄື​ສະກັດ​ກັ້ນ​ໄພທີ່​ກໍ່​ໃຫ້​ເກີດ​ຄວາມ​ເຄັ່ງ​ຕຶງ ​ແລະ ປະ​ທະ​ກັນ.


ຂ່າວ/ບົດ​ອື່ນ